ລັດຖະມົນຕີຍີ່ປຸ່ນ 2 ທ່ານໄດ້ໄປໄວ້ອາໄລ ຢູ່ວິຫານ Yasukuni

ລັດຖະມົນຕີຍີ່ປຸ່ນ 2 ທ່ານໄດ້ໄປໄວ້ອາໄລ ຢູ່ວິຫານ Yasukuni  - ảnh 1
ທ່ານນາງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼ​ງຂ່າວ​ຍີ່ປຸ່ນ Sanae Takaichi
ໄປໄວ້​ອາ​ໄລຢູ່ວິຫານ Yasukuni
(ພາບ: AFP)


(vovworld) – ວັນ​ທີ 18/10, ທ່ານນາງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼ​ງຂ່າວ​ຍີ່ປຸ່ນ Sanae Takaichi ​ແລະ ທ່ານ​ປະທານ​ຄະນະ​ກຳ​ມະ​ການຄວາມ​ປອດ​ໄພ​ສາທາລະນະ​ແຫ່ງ​ຊາດ Eriko Yamatani ພ້ອມ​ກັນ​ໄປໄວ້​ອາ​ໄລຢູ່ວິຫານ Yasukuni ຢູ່​ໂຕ​ກຽວ ເນື່ອງ​ໃນ​ໂອກາດ​ງານ​ບຸນ​ລະດູ​ໃບ​ໃມ່ຫຼົ່ນ. ນີ​້​​ແມ່ນ​ບັນດາ​ລັດຖະມົນຕີ​ຄົນ​ທຳ​ອິດ​​ໃນຄະນະລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ມາໄວ້​ອາ​ໄລຢູ່ວິຫານ ທີ່​​ເກີດຄວາມ​ໂຕະ​ຖຽງ​ກັນຫຼາຍ​ຢ່າງ​ດັ່ງກ່າວ. ບັນດາ​ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ພາຍຫຼັງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ 100 ທ່ານ​ໄປໄວ້​ອາ​ໄລຢູ່ວິຫານນີ້ພຽງ 1 ວັນ ​ແລະ ທ່ານ​ນາຍົກລັດ​ຖະມົນຕີ Shinzo Abe ​ໄດ້​ສົ່ງ​ເຄື່ອງ​ຂອງ​ໄວ້ອາ​ໄລຢູ່​ວິຫານ​ດັ່ງກ່າວ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າ​ວ​ໄດ້​ຮັບ​ການຄັດຄ້ານ​ຢ່າງ​ແຮງຈາກ​ສ.​ເກົາຫຼີ ​ແລະ ຈີນ​. ເຊີ​ອູ​ນ ຖື​ນີ້​ແມ່ນ​ການ​ກະທຳ​ທີ່ບໍ່​​ເມີນ​ເສີຍ​ເຖິງ​ການ​ຕຳ​ນິຕິ​ຕຽນ​ຂອງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອງ​ຄຽງ ​ແລະ ປະຊາ​ຄົມ​ສາກົນ. ສ່ວນ​ໂຄສົກະຊວງ​ການ​ຕ່າງປະ​ເທດ​ຈີນ ​ຮົ່ງ​ເລີຍ ຮຽກຮ້ອງ​ໃຫ້​ຍີ່ປຸ່ນ ​ແກ້​ໄຂ​ບັນຫາ​ຢ່າງ​ສົມ​ເຫດ​ສົມ​ຜົນ​ ດ້ວຍທ່າ​ທີ່​ມີ​ຄວາມ​ຮັບຜິດຊອບ, ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ບັນດາ​ບັນຫາ​ປະຫວັດສາດ.

ຂ່າວ/ບົດ​ອື່ນ