ລັດຖະມົນຕີປ້ອງກັນປະເທດຈີນ ໄປຢ້ຽມຢາມອາເມລິກາ

ລັດຖະມົນຕີປ້ອງກັນປະເທດຈີນ ໄປຢ້ຽມຢາມອາເມລິກາ - ảnh 1
ທ່ານລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຈີນ ​ແຫຼ​ງກວາງ​ເຫຼຍ
( ພາບ: Bloomberg )

(vovwold) - ວັນ​ທີ 4/5, ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຈີນ ​ແຫຼ​ງກວາງ​ເຫຼຍ​ ໄດ້​ໄປ​ຮອດ San Francisco, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ.  ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຈີນ ​ແຫຼ​ງກວາງ​ເຫຼຍ​ຢັ້ງຢືນ​ວ່າ ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ຂອງ​ທ່ານ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ປະຕິບັດ​ຄວາມ​ຮັບ​ຮູ້​ລວມ​ເຊິ່ງທ່ານ​ປະທານ​ປະ​ເທ​ດຈີນ ຫູ​ຈີ​ເທົາ ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ບັນລຸ​ໄດ້ ກ່ຽວ​ກັບ​ການ​ສ້າງສາ​ຍພົວພັນ​ສອງ​ຝ່າຍ​ ແລະ ພັດທະນາ​ດ້ານ​ການ​ທະຫານ​ຢ່າງ​​ໂປ່​ງ​ໃສ ​ແລະ​ ໝັ້ນຄົງ. ​ໃນໄລຍະ​ຢູ່​ຢ້ຽມຢາມ​ອາ​ເມ​ລິ​ກາ, ທ່ານລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຈີນ ​ແຫຼ​ງກວາງ​ເຫຼຍ​ ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ​ລັດຖະບານ ​ແລະ​ ກອງທັບ​ອາ​ເມ​ລິ​ກາ. ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ,​ໃນ​ວັນ​ທີ 10/5, ທ່ານລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຈີນ ​ແຫຼ​ງກວາງ​ເຫຼຍ​ ຈະ​ຈັດການ​ປະຊຸມ​ຂ່າວລວມ ​ພາຍຫຼັງ​ການ​ເຈລະຈາ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Leon Panetta.

ຂ່າວ/ບົດ​ອື່ນ