ລັດຖະມົນຕີປ້ອງກັນປະເທດລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຊີຣີ

ລັດຖະມົນຕີປ້ອງກັນປະເທດລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຊີຣີ - ảnh 1
(ພາບປະກອບ: Reuters)

(vovworld) - ວັນ​ທີ 18/9, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Sergey Soigu ​ແລະ ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ Ashton Carter  ​ໄດ້​​ໂອ້​ລົມ​ທາງໂທລະສັບ​ນຳ​ກັນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ​ແລະ ອີ​ຮັກ. ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ໄດ້​ເໜັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສົມທົບ​ບັນດາ​ຄວາມ​ມານະ​ພະຍາຍາມ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ໃນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ​ສາກົນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຍູ້​ແຮງ​ການ​ປຶກສາ​ຫາລື​ກົນ​ໄກ​ຕ່າງໆ ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີຣີ ​ແລະ ຕ້ານ​ກຸ່ມ​ລັດ​ອິດສະ​ລາມ (IS) ຂະໜາມນາມເອງ. ຕາມກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ, ສອງ​ຝ່າຍ​ມີ​ທັດສະນະ​ຄ້າຍຄື​ກັນ​ກ່ຽວ​ກັບ​ບັນດາ​ບັນຫາ​ປຶກສາ​ຫາລື. ທຳນຽບ 5 ​ແຈ ກໍ່​ໃຫ້​ຮູ້​ວ່າ​ນີ້​ແມ່ນ​ການ​​ໂອ້​ລົມໂທລະສັບ​​ທຳ​ອິດ​ລະຫວ່າງ ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ໃນ​ໜຶ່ງ​ກວ່າ​ປີ​ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ