ລັດຖະມົນຕີພັດທະນາແລະໃຊ້ພາສາຝລັ່ງຢ້ຽມຢາມຫວຽດນາມ

ລັດຖະມົນຕີພັດທະນາແລະໃຊ້ພາສາຝລັ່ງຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ
ຕ້ອນ​ຮັບລັດຖະມົນຕີພັດທະນາແລະໃຊ້ພາສາຝລັ່ງ
(ພາບ: vtv)


(vovworld) - ​​​​ວັນ​ທີ 14/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພັດ​ທະ​ນາ ແລະ ໃຊ້​ພາ​ສາ​ຝ​ລັ່ງ ກາ​ນາ​ດາ Marie Claude Bibrau, ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາງ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 13 – 16/12. ທ່ານ​ນາງ​ລັດ​ຖະ​ມົນ​ຕີ Marie Claude Bibrau ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ ກາ​ນາ​ດາ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ ຢູ່​ພາກ​ພື້​ນ ແລະ ປາດ​ຖະ​ໜາ​ຢາກ​ຍູ້​ແຮງ, ເຮັດ​ໃຫ​້​ການ​ພົວ​ພັນ​ 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ການ​ຄ້າ - ການ​ລົງ​ທຶນ, ການ​ສຶກ​ສາ - ວິ​ທະ​ຍາ​ສາດ ​ແທ​ດ​ຈິງກວ່າອີກ, ກໍ​ຄື​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ໃຫ້​ຫວຽດ​ນາມ.

      ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜ​ີ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, 2 ຝ່າຍ​​ຄວນເພີ່ມ​ທະ​ວີ​ການ​ແລກ​ປ​່ຽ​ນ​ຄະ​ນະ​ຜູ້​ແທນ, ພິ​ເສດ​ແມ່ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ກໍ​ຄື​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສ​ດ​ຖ​ະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ຢ່າງ​ແທດ​ຈິງ​ຢູ່​ຫວຽດ​ນ​າມ ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ບັນ​ດາທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ກາ​ລະ​ໂອ​ກາດ​ໂດຍ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ນຳ​ມາ​ໃຫ້. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ​ກໍສະ​ເໜີ​ໃຫ້​ອົງ​ການ​ພັດ​ທະ​ນາ​ກາ​ນາ​ດາ ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​​ໜູນ​ຊ່ວຍ​ການພັດ​ທະ​ນາ​ໃຫ້​ແກ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຕີບ​ໂຕ​ຂຽວ, ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໜູ​ນ​ຊ່ວຍ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017 ຢູ່​ດ່ານັ້ງ ໃຫ້​ປະ​ສົມ​ຜົນ​ສຳ​​ເລັດ…

ຂ່າວ/ບົດ​ອື່ນ