ລັດຖະມົນຕີຢູແກຼນ:ຄວນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງກີແອບແລະມົດສະກູ
ທ່ານ Pavel Klimkin, ລັດຖະມົນຕີການຕ່າງປະເທດ ຢູແກຼນ
ພາບ:internet
|
(vovworld)- ກ່າວຄຳເຫັນທາງໂທລະພາບຢູແກຼນໃນວັນທີ 2/8, ທ່ານ Pavel Klimkin, ລັດຖະມົນຕີການຕ່າງປະເທດ ຢູແກຼນ ຖືວ່າ:ຄວນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຢູແກຼນ ແລະ ລັດເຊຍ. ທ່ານ Pavel Klimkin ຖືວ່າ ສາຍເຫດທີ່ກໍ່ຄວາມເຄັ່ງຕຶງໃນການພົວພັນລະຫວ່າງສອງປະເທດປະຈຸບັນ ນັ້ນແມ່ນບັນຫາຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືທີ່ໃກ້ຊິດ.ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈຄືກ່ອນນີ້ ຕ້ອງແມ່ນຫນ້າທີ່ຂອງທັງສອງຝ່າຍ ແລະ ຕ້ອງອີງໃສ່ວຽກງານຕົວຈິງ. ທ່ານ Pavel Klimkin ສະຫນັບສະຫນູນການຮ່ວມມືຢ່າງມີປະສິດທິຜົນກັບລັດເຊຍ ແລະ ຖືວ່າ ແນວທາງເຊື່ອມໂຍງເຂົ້າກັບ ເອີລົບ ຂອງ ກີແອບ ຕ້ອງມີການພົວພັນຮ່ວມມືກັບ ມົດສະກູ.