ລັດຖະມົນຕີວ່າການກະຊວງກະສິກຳແລະພັດທະນາຊົນນະບົດເຮັດວຽກຢູ່ແຂວງຊອກຈັງ

ລັດຖະມົນຕີວ່າການກະຊວງກະສິກຳແລະພັດທະນາຊົນນະບົດເຮັດວຽກຢູ່ແຂວງຊອກຈັງ - ảnh 1
ລັດຖະມົນຕີວ່າການກະຊວງກະສິກຳ
ແລະພັດທະນາຊົນນະບົດເຮັດວຽກຢູ່ແຂວງຊອກຈັງ
(ພາບ: thst.vn)


​​(vovworld) - ວັນ​ທີ 11/07, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຊອກ​ຈັງ ກ່ຽວ​ກັບ​ສະພາບ​ຜະລິດ​ກະສິກຳ​ໃນ 6 ​ເດືອ​ນຕົ້ນ​ປີ 2015 ​ແລະ ມາດ​ຕະການ​ແກ້​ໄຂ​ຕົ້ນ​ຕໍ່​ໃນ 6 ​ເດືອ​ນທ້າຍ​ປີ. ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ​ໄດ້​ຕີ​ລາ​ຄາ​ສະພາບ​ຜະລິດ​ກະສິກຳ​ຂອງ​ແຂວງ​ໃນ 6 ​ເດືອ​ນຕົ້ນ​ປີ, ​ເຖິງ​ວ່າ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ໄດ້​ຮັບ​ການ​ປັບປຸງ​ແລ້ວ. ທ່ານ​ລັດຖະມົນຕີ ​ໄດ້​ເຫັນ​ດີ​ເປ​ັນຢ່າງ​ສູງ​ກ່ຽວ​ກັບ​​ເລື່ອງ, ​ແຂ​ວງສືບ​ຕໍ່​ຍົກ​ສູ​ງຄຸນ​ນະພາ​ບ, ພັດທະນາ​ແນວ​ພັນ​ເຂົ້າ, ມີຄຸນ​ນະພາ​ບສູງ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ມີກຳ​ໄລສູງ. ​ແລະ​ກໍ​​ໃນວັນ​ທີ 11/07, ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ​ໄດ້​ໄປ​ສຳ​ຫຼວດບາງ​ວິ​ສາ​ຫະກິດ​ທີ່​ມີ​ຮູບ​ແບບ​ລ້ຽງ​ກຸ້ງຮັບປປະກັນ​ສຸຂະ​ອະນາ​ໄມ​ແຂວງ​ຊອກ​ຈັງ.

ຂ່າວ/ບົດ​ອື່ນ