ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາປະຕິບັດງານຢູ່ຈີນ

ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາປະຕິບັດງານຢູ່ຈີນ - ảnh 1
ທ່ານ Kerry ແລະ ຄູ່ຕຳແໜ່ງ ຈີນ ອວາງອີ໋
(ພາບ: Reuters)

(vovworld) –  ຕອນ​ຄຳ່​ວັນ​ທີ 26/1, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ Jonh Kerry ​ໄດ້​ໄປ​ຍັງ ປັກ​ກິ​ງ ​ເພື່ອ​ພົບ​ປະ​ກັບ​ບັນດາ​ກາ​ນນຳ​ຂັ້ນ​ສູງ​ປະ​ເທດ​ນີ້ ດ້ວຍ​ຈຸດ​ສຸມ​​ໃນ​ໂຄງການ​ດຳ​ເນີນ​ງານ​ແມ່ນ​ບັນຫາ ສປປ ​ເກົາຫຼີ ພາຍຫຼັງ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ​ນິ​ວ​ເຄຼຍ ຄັ້ງ​ທີ 4 ​ເມື່ອ​ຕົ້ນ​ເດືອນ 1 ນີ້. ​ໃນ​ການ​ປະຕິບັດ​ງານ​ຢູ່​ຈີນ, ນອກຈາກ​ບັນຫາ ສປປ ​ເກົາຫຼີ ​ແລ້ວ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ Jonh Kerry ກໍ​ຈະ​ຍົກ​ອອກ​ບັນດາ​ຄວາມ​ວິຕົກ​ວັງ​ວົນ​ຂອງ ວໍ​ຊິ​ງຕັນ​ກ່ຽວ​ກັບ “ການ​ປະພຶດ​ທີ່​ລະ​ເມີ​ເຟີ​ຝັນ” ຂອງ​ປັກ​ກິ່ງ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບາງ​ບັນຫາ​ທີ່​ສັບສົນອື່ນໆ​ອີກ. ຕາມ​ການ​ຄາ​ດຄະ​ເນ​​ແລ້ວ, ບັນຫາ ສປປ ​ເກົາຫຼີ ຈະ​ຄອບ​ງຳ​ບັນດາ​ການ​ເຈລະຈາ​ລະ​ຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Kerry ​ແລະ ຄູ່​ຕຳ​ແໜ່​ງ ຈີນ ​ອວາງ​ອີ໋ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດ​ເຈົ້າພາບ​ໃນ​ສະພາບ​ການ​ປະຊາ​ຄົມ​ໂລກ​ຊອກ​ຫາ​ວິທີ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ສຳລັບ ສປປ ​ເກົາຫຼີ ​ພາຍຫຼັງ​ພຽງ​ຢາງ​ ດຳ​ເນີນ​ການ​ທົດ​ລອງ ນິ​ວ​ເຄຼຍ ​ໃນ​ວັນ​ທີ 6/1 ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ