ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດຮູງກາຣີແລະສະຫະພັນລັດເຊຍ

ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດຮູງກາຣີແລະສະຫະພັນລັດເຊຍ - ảnh 1
ທ່ານ ເຈີ່ນ​ດ້າຍກວາງ ຕ້ອນ​ຮັບ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ. ຮູ​ງ​ກາ​ຣີ Oryscaba
(ພາບ: Việt Hưng)

(vovworld) – ວັນ​ທີ 9/6, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ເຈີ່ນ​ດ້າຍ​ກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ. ຮູ​ງ​ກາ​ຣີ Oryscaba ແລະ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ະ​ຫະ​ພັນ​ລັ​ດ​ເຊຍ Konstantin Vnukov ເນື່ອງ​ໃນ​ໂອ​ກາດ​ມາ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ. ຮູ​ງ​ກາ​ຣີ Oryscaba, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ຫວັງ​ວ່າ​ໃນ​ຖາ​ນະ​ຕຳ​ແໜ່ງ​ຂອງ​ຕົນ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Oryscaba ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ສຳ​ຄັນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວ​ມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລ​ວມ ແລະ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ຮູງ​ກາ​ຣີ ເວົ້າ​ສ​ະ​ເພາະ.

        ໃນ​ການ​ຕ້ອນ​ຮັບທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ະ​ຫະ​ພັນ​ລັ​ດ​ເຊຍ Konstantin Vnukov, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກ​ວາງ ຢັ້ງ​ຢືນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ສືບ​ຕໍ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢ່າງ​ສູງ​ສຸດໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ການ​ທູດ ສະ​ຫະ​ພັນ​ລັດ​ເຊຍ ປະ​ຈຳ ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ຫວັງ​ວ່າ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເພີ່ມ​ບູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ອັ​ນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ສະ​ໜັບ​ສະ​ໜູນ, ​ເປັນ​ຂົວ​ຕໍ່​ສຳ​ຄັນ​ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ປະ​ສ​ິດ​ທິ​ຜົນ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​​ທີ່​ກ່ຽວ​ຂ້ອງ, ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະພັນ​ລັດ​ເຊຍກວ່າ​ອີກ.

ຂ່າວ/ບົດ​ອື່ນ