ລັດເຊຍ ກາຍເປັນສະມາຊິກທີ 156 ຂອງອົງການການຄ້າໂລກ

ລັດເຊຍ ກາຍເປັນສະມາຊິກທີ 156 ຂອງອົງການການຄ້າໂລກ - ảnh 1

ລັ​ດ​ເຊຍ ກາຍເປັນ​ສະມາຊິກ​ສົມບູນຂອງ​ອົງການ​ການ​ຄ້າ​ໂລກ

(ພາບ:sggp.org.vn)

( vovworld ) – ວັນ​ທີ 22/8, ລັດ​ເຊຍ ​ໄດ້ກາຍເປັນ​ສະມາຊິກ​ທີ 156 ຂອງ​ອົງການ​ການ​ຄ້າ​ໂລກຢ່າງ​ເປັນ​ທາງ​ການ. ​ເອກະສານ​ຊ່ວຍ​​ລັ​ດ​ເຊຍ ກາຍເປັນ​ສະມາຊິກ​ສົມບູນຂອງ​ອົງການ​ການ​ຄ້າ​ໂລກ ​ໄດ້​ຖືກ​ເຊັນ​ຢູ່​ເຊີ​ແນວ ​ປະ​ເທດ​ສະ​ວິດ ​ເມື່ອ​ເດືອນ 12/2011 ພາຍຫຼັງ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຢ່າງ​ເຄັ່ງ​ຕຶງ​ມາ​ເປັນ​ເວລາ 18 ປີ. ປະທານາທິບໍດີ​ລັດ​ເຊຍ ກໍ່​ໄດ້​​ໃຫ້​ສັດຕະຍາບັນຮ່າງ​ກົດໝາຍ​ນີ້​ໃນ​ວັນ​ທີ 21/7 ທີ່​ຜ່ານ​ມາ ​ແລະ ກາຍ​ເປັນ​ກົດໝາຍ​ພາຍຫຼັງ​ເວລາ 30 ວັນ​ໄດ້​ໃຫ້​ສັດຕະຍາບັນ. ລັດຖະບານ​ລັດ​ເຊຍ ມີ​ຄວາມ​ຫວັງ​ວ່າ, ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ຈະ​ຊຸກຍູ້​ລະດັບ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ປະ​ເທດ​ຊາດ ​ແລະ ຫລຸດຜ່ອນ​ການ​ຂຶ້ນ​ກັບ​ການ​ສົ່ງ​ອອກ​ນ້ຳມັນບໍ່ ​ແລະ ອາຍ​ແກັດ. ຕາມ​ທະນາຄານ​ໂລກ​ແລ້ວ, ​ເລື່ອງ​ລັດ​ເຊຍ ​ເຂົ້າເປັນ​ສະມາຊິກ​ສົມບູນຂອງ​ອົງການ​ການ​ຄ້າ​ໂລກ ຈະ​ຊ່ວຍ​ພື້ນຖານ​ເສດຖະກິດ​ລັດ​ເຊຍ ມີ​ຕື່ມ​ອີກ​ປະມານ 49 ຕື້​ໂດ​ລາ​ສະຫະລັດ ​ໃນ 3 ປີ​ຕົ້ນ​ເຂົ້າຮ່ວມ ​ແລະ ຕົວ​ເລກ​ດັ່ງກ່າວ​ຈະ​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ