ລັດເຊຍ ຕັດສິນໃຈສະກັດກັ້ນກົນອຸບາຍຕ້ານທຳລາຍການເລືອກຕັ້ງ

ລັດເຊຍ ຕັດສິນໃຈສະກັດກັ້ນກົນອຸບາຍຕ້ານທຳລາຍການເລືອກຕັ້ງ - ảnh 1
( ພາບປະກອບ )

( vovworld ) - ທ່າ​ນນາຍົກລັດຖະມົນຕີລັດ​ເຊຍ ທັງ​ເປັນ​ຜູ້​ອອກ​ສະມັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ Vladimir Putin ​ໄດ້​ຖື​ວ່າ, ບັນດາ​ຂໍ້​ມູນ​ທີ່​ຜິດ​ເຂ​ວ​ໄດ້​ຮັບ​ການ​ປ່າວ​ຂ່າວກອນ​ທີ່ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ລັດ​ເຊຍ ​ໃນ​ວັນ​ທີ 4/3 ​ແມ່ນ​ບໍ່ຖືກຕ້ອງ​ຕາມກົດໝາຍ, ສ້າງ​ຄວາມ​ເສຍ​ຫາຍ​ ​ແລະ ບໍ​່ສາມາດ​ຮັບ​ຮູ້​ໄດ້. ຄຳ​ຖະ​ແຫຼງດັ່ງກ່າວ​ຂອງ​ທ່ານ​ນາຍົກລັດຖະມົນຕີ Putin ​ຖືກ​ຍົກ​ອອກ​ມາ​​ໃນ​ການ​ພົບ​ປະ​ກັບ​ບັນດາ​ທ່ານ​ທີ່​​ທ່ານ Putin ​ໄດ້ມອບສິດ ​ແລະ ບັນດາ​ຜູ້​ຕາງໜ້າ​ແນວ​ໂຮມ​ປະຊາຊົນ​ທົ່ວ​ປະ​ເທດລັດ​ເຊຍ ( OMF ) ເມື່ອ​ຕອນ​ບ່າຍ​ວັນ​ທີ 29/2 ຢູ່ ມົດ​ສະ​ກູ . ການ​ນຳ​ລັດຖະບານ​ລັດ​ເຊຍ ​ໄດ້​ເນັ້ນ​ໜັກ​ວ່າ ອຳນາດ​ການ​ປົກຄອງ​ຮູ້​ດີວ່າ ມີ​ອິດທິ​ກຳລັງ​ຈຳນວນ​ໜື່ງໄດ້​ກະ​ກຽມບັນດາ​ຂໍ້​ມູນ​ຂ່າວ, ວີ​ດີ​ໂອ… ​ເພື່ອ​ຜຸ​ກ​ໂທດ​ອຳນາດ​ການ​ປົກຄອງ​ມີ​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ. ທ່ານ​ນາຍົກລັດຖະມົນຕີ Putin ​ໄດ້​ຢືນຢັນ​ວ່າ, ​ເລື່ອງ​ຝ່າຍ​ຄ້ານ​ລັດ​ເຊ​ຍ ຄາ​ດວ່າ​ຈະ​​ແຫ່​ຂະ​ບວນຄັດຄ້ານພາຍຫຼັງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 4/3 ​ແລະ ​ອອກ​ຖະ​ແຫຼງກ່ອນກ່ຽວ​ກັບອັນທີ່​ເອີ້ນ​ວ່າ ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ ​ແມ່ນ​ການ​ກະທຳ​ທີ່​ບໍ່​ສາມາດ​ຮັບ​ຮູ້​ໄດ້.

ຂ່າວ/ບົດ​ອື່ນ