ລັດເຊຍ ຕອບໂຕ້ມາດຕະການລົງໂທດດ້ານເສດຖະກິດຂອງ ອາເມລິກາ

(VOVWORLD) - ນັບແຕ່ວັນທີ 05 ສິງຫາ, ລັດເຊຍ ຈະນຳໃຊ້ອັດຕາພາສີໃໝ່ສຳລັບບັນດາປະເພດສິນຄ້າທີ່ນຳເຂົ້າຈາກ ອາເມລິກາ, ນີ້ແມ່ນມາດຕະການຕອບໂຕ້ອັດຕາພາສີທີ່ແນໃສ່ເຫຼັກກ້າ ແລະ ອາລູມີນຽມ ຊຶ່ງ ອາເມລິກາ ຈັດວາງຕໍ່ ລັດເຊຍ.

ໂດຍລະອຽດແມ່ນ, ພາສີນຳເຂົ້າສຳລັບບາງພາຫະນະຂົນສົ່ງ, ເຄື່ອງຈັກກໍ່ສ້າງທາງບົກ, ເຄື່ອງອຸປະກອນນ້ຳມັນອາຍແກັດ, ເຄື່ອງມືປຸງແຕ່ງເຫຼັກກ້າ ແລະ ເຈາະຫີນ, ສາຍໃຍແກ້ວ ເພີ່ມແຕ່ 25% ຂຶ້ນເຖິງ 40%. ທ່ານລັດຖະມົນຕີກະຊວງພັດທະນາເສດຖະກິດ ລັດເຊຍ Maxim Oreshkin ໃຫ້ຮູ້ວ່າ: ການກະທຳຂອງ ລັດເຊຍ ເໝາະສົມກັບຂໍ້ຕົກລົງຂອງອົງການການຄ້າໂລກ (WTO).

        ໃນຂະນະນັ້ນ, ວົງການວິສາຫະກິດ ລັດເຊຍ ຖືວ່າ: ມາດຕະການຕອບໂຕ້ຂອງ ລັດເຊຍ ຈະເຮັດໃຫ້ລາຄາສິນຄ້າທີ່ນຳເຂົ້າຈາກ ອາເມລິກາ ເພີ່ມຂຶ້ນ ແລະ ສິ່ງດັ່ງກ່າວ ຈະສ້າງຄວາມສະດວກໃຫ້ແກ່ສິນຄ້າທີ່ໄດ້ຜະລິດຢູ່ ລັດເຊຍ, ເຖິງຢ່າງໃດກໍ່ຕາມ, ທ່ານປະທານຫ້ອງການການຄ້າ ອາເມລິກາ (AmCham) Alexis Rodzianko ຖືວ່າ: ຍັງໄວເກີນໄປສຳລັບການຕີລາຄາທີ່ລະອຽດກ່ວາ ກ່ຽວກັບປະສິດທິພາບຂອງມາດຕະການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ