ລັດເຊຍ ຕໍາໜິຕິຕຽນ ອາເມລິກາ “ກໍ່ຄວາມຫຍຸ້ງຍາກ” ໃຫ້ແກ່ກອງປະຊຸມສຸດຍອດສອງຝ່າຍ

(VOVWORLD) -ທ່ານຮອງລັດຖະມົນຕີ Ryabkov ເນັ້ນໜັກວ່າ ລັດເຊຍ ແລະ ອາເມລິກາ ຄວນມີສາຍພົວພັນຄູ່ຮ່ວມມືຢ່າງສະເໝີພາບ

ກ່າວຄໍາເຫັນໃນວັນທີ 25 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ໄດ້ຕໍາໜິຕິຕຽນ ວໍຊິງຕັນ ທີ່ໄດ້ວາງອອກບັນດາເງື່ອນໄຂ “ບໍ່ສາມາດຍອມຮັບໄດ້”  ໃຫ້ແກ່ການຈັດຕັ້ງການພົບປະສຸດຍອດ ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump  ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ພາຍຫຼັງ ອາເມລິກາ ຍົກເລີກການພົບປະທີ່ໄດ້ຂຶ້ນແຜນເມື່ອຕົ້ນເດືອນທັນວານີ້.

        ທ່ານ Ryabkov ສະແດງຄວາມເສຍດາຍຕໍ່ເລື່ອງການນໍາທໍານຽບຂາວ ຕັດສິນໃຈຍົກເລີກການພົບປະໃນວັນທີ 01 ທັນວາ ຢູ່່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າຂອງໂລກ (G20) ຢູ່ປະເທດອາກຊັງຕິນ. ເຈົ້າໜ້າທີ່ຜູ້ນີ້ ຢ້ັງຢືນວ່າ ເລື່ອງຈັດຕັ້ງການພົບປະລະຫວ່າງ ການນໍາສອງທ່ານ ໃນປີ 2019 ຈະມີຄວາມໝາຍສໍາລັບທັງ ວໍຊິງຕັນ ແລະ ມົດສະກູ. ເຖິງຢ່າງໃດກໍຕາມ, ກ່ອນໜ້ານັ້ນ ອາເມລິກາ ຄວນຄິດໄລ່ຊັ່ງຊາບັນດາເງື່ອນໄຂ “ຂາດພຶດຕິກໍາຕົວຈິງ ແລະ ໄຮ້ຄຸນປະໂຫຍດ” ຂອງຕົນຄືນໃໝ່. ທ່ານຮອງລັດຖະມົນຕີ Ryabkov ເນັ້ນໜັກວ່າ ລັດເຊຍ ແລະ ອາເມລິກາ ຄວນມີສາຍພົວພັນຄູ່ຮ່ວມມືຢ່າງສະເໝີພາບ.


ຕອບກັບ

ຂ່າວ/ບົດ​ອື່ນ