ລັດເຊຍ, ຝະລັ່ງ ແລະ ເຢຍລະມັນ ຮຽກຮ້ອງ ຄຳສັ່ງຢຸດຍິງໃໝ່ຢູ່ຢູແກຼນ
(ພາບປະກອບ)
(vovworld)- ວັນທີ 10/7, ການນຳສູງສຸດຂອງ 3 ປະເທດ ລັດເຊຍ, ຝະລັ່ງ ແລະ ເຢຍລະມັນໄດ້ເຫັນດີສະໜັບສະໜູນການຟື້ນຟູຢຸດຍິງຢູ່ຢູແກຼນ ແລະ ດຳເນີນບັນດາການພົບປະລະຫວ່າງກຸ່ມນັກປະຕິບັດງານພົບປະກັບຜູ້ຕາງໜ້າບັນດາເຂດພາກຕາເວັນອອກຂອງປະເທດນີ້. ໃນການເຈລະຈາທາງໂທລະສັບລະຫວ່າງທ່ານປະທານາທິບໍດີລັດເຊຍ Putin ກັບຄູ່ຕຳແໜ່ງຂອງຝະລັ່ງ ທ່ານ Francois Hollande ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela merkel, 3 ຝ່າຍສືບຕໍ່ປຶກສາຫາລືບັນດາແງ່ມຸມທີ່ແຕກຕ່າງກັນກ່ຽວກັບສະພາບວິກິດການຢູ່ຢູແກຼນ ໂດຍມີການຄິດໄລ່ເຖິງບັ້ນການທະຫານຢູ່ພາກຕາເວັນ-ພາກໃຕ້ ແລະ ຈຳນວນພົນລະເມືອງຂອງປະເທດນີ້ໄປອົບພະຍົບຢູ່ລັດເຊຍນັບມື້ນັບເພີ່ມຂຶ້ນ. ໃນການເຈລະຈາທາງໂທລະສັບນີ້, ບັນດາການນຳ ຂອງຝະລັ່ງ ແລະ ເຢຍລະມັນ ໄດ້ສະໜັບສະໜູນລັດເຊຍໃນການຮຽກຮ້ອງຄຳສັ່ງຢຸດຍິງໃໝ່ຢູ່ພາກຕາເວັນອອກຂອງ ຢູແກຼນ ແລະ ເນັ້ນໜັກຄວາມສຳຄັນຂອງການບັນລຸມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ການປະທະກັນທີ່ແກ່ຍາວ 3 ເດືອນຜ່ານມາຢູ່ເຂດນີ້ໂດຍໄວ. ມົດສກູ ຍັງປະຕິເສດບັນດາຂໍ້ກ່າວຫາຂອງກີແອບ ແລະ ຝ່າຍຕາເວັນຕົກທີ່ວ່າ ໄດ້ຊຸກຍູ້ການປະທະກັນຢູ່ ຢູແກຼນດ້ວຍວິທີອະນຸຍາດໃຫ້ສົ່ງເຮືອບິນສູ້ຮົບ ແລະ ອາວຸດເຂົ້າ ພາກຕາເວັນອອກຢູແກຼນຜ່ານຊາຍແດນກັບລັດເຊຍ.