ລັດເຊຍ ມານະພະຍາຍາມໃຫ້ແກ່ການເຈລະຈາໃນການພົບປະລະຫວ່າງກຸ່ມ P5+1 ແລະ ອີຣານ

ລັດເຊຍ ມານະພະຍາຍາມໃຫ້ແກ່ການເຈລະຈາໃນການພົບປະລະຫວ່າງກຸ່ມ P5+1 ແລະ ອີຣານ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 11/6, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍໄດ້​ອອກ​ຖະ​ແຫຼ​ງ​ການໂດຍຢືນຢັນ​ວ່າ ມົດສະກູ ຈະ​ມານະ​ພະຍາຍາມຢ່າງ​ສຸດ​ຂີດ ​ເພື່ອ​ບັນ​ລຸ​ໄດ້​ການ​ເຈລະຈາ​ທີ່​ສ້າງສັນ​ໃນ​ການ​ພົບ​ປະ​ຂອງ​ກຸ່ມ P5+1 ( ​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ແມ່ນ​ລັດ​ເຊຍ, ຈີນ, ອາ​ເມ​ລິ​ກາ, ອັງກິດ, ຟລັງ ​ແລະ ພ້ອມ​ກັບ​ເຢຍລະ​ມັນ ) ​ແລະ ອີຣານ ​ໃນ​ລະຫວ່າງ​ວັນ​ທີ 18 – 19/6 ທີ່​ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງມົດສະກູ, ປະ​ເທດ​ລັດ​ເຊຍ. ຄຳ​ຖະ​ແຫຼງ​ໄດ້ຢັ້ງ​ຢືນວ່າ ເຂົ້າ​ຮ່ວມ​ການ​ພົບ​ປະທີ່​ຈະ​ມາ​ເຖິງ​ຢູ່ມົດສະກູ ນອກຈາກມີ​ບັນດາ​ຜູ້​ຕາງໜ້າ​ຂອງ​ກຸ່​ມ P5+1, ຍັງ​ມີ​ບັນດາຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ລົບ ( EU ) ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ, ທ່ານ​ນາງ Catherine Ashton ​ແລະ ທ່ານ​ເລຂາ​ສະພາ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ອີ​ຣານ, ທ່ານ Saeed Jalili, ຄຳ​ຖະ​ແຫຼ​ງ​ໃຫ້​ຮູ້​ວ່າ ບັນດາ​ຝ່າຍ​ຕາງໜ້າ​ກຸ່ມ P5+1 ​ແລະ ອີຣານ ຈະ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເໜີ​ຢ່າງ​ລະອຽດ​ທີ່​ໄດ້​ສົ່ງ​​ເຖິງ ​ເຕ​ເຣຣານ ພາຍຫຼັງ​ຮອບ​ເຈລະຈາຢູ່ Bagdad, ອີຣັກ ທີ່​ຜ່ານ​ມາ. ມົດ​ສະ​ກູ ປາດ​ຖະໜາ​ວ່າ ການ​ພົບ​ປະ​ທີ່​ຈະ​ມາ​ເຖິງ​ຈະນຳ​ມາ​ເຊິ່ງຜົນງານ​ຕ່າງໆຢ່າງຕັ້ງໜ້າ ຕາມ​ທິດ​ທີ່ບັນ​ດາ​ຝ່າຍ​ແກ້​ໄຂບັນ​ດາຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ປະຈຸ​ບັນ ​ເພື່ອຫ​ຍັບມໍເຂົ້າ​ກັນ​ກວ່າ​ໃນ​ບັນດາ​ທັດສະນະ​ຂອງ​ຕົນ. ຄຳ​ຖະ​ແຫຼ​ງ​ກໍ່​ເນັ້ນ​ໜັກ​ວ່າ ລັດ​ເຊຍ ມີແຜນ​ນະ​​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງ, ການ​ທູດໃຫ້​ແກ່​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ​ຖຽງ​ກັນ​ຂອງ​ອີຣານ ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ແລະ ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ກັນ.

ຂ່າວ/ບົດ​ອື່ນ