ລັດເຊຍ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືສະຖຽນລະພາບໃນຂົງເຂດຄວາມໝັ້ນຄົງທາງທະເລ

(VOVWORLD) -ທັງ 3 ຂໍ້ສະເໜີໃນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ລ້ວນແຕ່ເໝາະສົມກັບແນວທາງການຕ່າງປະເທດທາງທະເລຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນບັນຫາທະເລຕາເວັນອອກ.
ລັດເຊຍ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືສະຖຽນລະພາບໃນຂົງເຂດຄວາມໝັ້ນຄົງທາງທະເລ - ảnh 1(ທ່ານປະລິນຍາເອກ Alexander Koroev)

ຂໍ້ສະເໜີສຳຄັນ 3 ຂໍ້ເພື່ອຮັບມືກັບບັນດາສິ່ງທ້າທາຍທາງທະເລເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຍົກອອກມາ ທີ່ວາລະປຶກສາຫາລືຂັ້ນສູງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ວ່າ “ເພີ່ມທະວີຄວາມໝັ້ນຄົງທາງທະເລ: ຂົງເຂດຮ່ວມມືສາກົນ” ເຊິ່ງໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ໄດ້ດຶງດູດຄວາມສົນໃຈ ຈາກບັນດານັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີນັກຮຽນຮູ້ ລັດເຊຍ. ວັນທີ 11 ສິງຫາ, ເມື່ອຕອບສຳພາກຕໍ່ນັກຂ່າວ VOV, ທ່ານປະລິນຍາເອກ Alexander Koroev, ໂຮງຮຽນເສດຖະກິດຂັ້ນສູງ ຢືນຢັນວ່າ, ທັງ 3 ຂໍ້ສະເໜີໃນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ລ້ວນແຕ່ເໝາະສົມກັບແນວທາງການຕ່າງປະເທດທາງທະເລຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນບັນຫາທະເລຕາເວັນອອກ.

        ກ່ຽວຂ້ອງເຖິງການຮ່ວມມືລັດເຊຍ - ຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງທາງທະເລ. ທ່ານ Alexander Koroev ຖືວ່າ, ໃນຈຳນວນບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ແມ່ນຄູ່ຮ່ວມມືສະຖຽນລະພາບທີ່ສຸດຂອງ ລັດເຊຍ ໃນຂົງເຂດທະຫານ - ເຕັກນິກ, ລວມທັງຂົງເຂດຄວາມໝັ້ນຄົງທາງທະເລ. ປະຈຸບັນ, ຫວຽດນາມ ແລະ ລັດເຊຍ ສືບຕໍ່ຮັກສາການພົວພັນຮ່ວມມືຢ່າງຮອບດ້ານໃນຂົງເຂດກອງທັບເຮືອ, ລວມທັງການຊື້ອາວຸດ ແລະ ບັນດາເຄື່ອງອຸປະກອນຂອງລັດເຊຍ, ໜູນຊ່ວຍດ້ານເຕັກນິກຂອງບັນດານັກຊ່ຽວຊານ ລັດເຊຍ ຢູ່ບັນດາໂຮງງານຕໍ່ກ່ຳປັ່ນ ຫວຽດນາມ ແລະ ບັນດາການເຄື່ອນໄຫວອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ