ລັດເຊຍຊ້ອມຮົບດ້ວຍການຍິງທົດລອງລູກສອນໄຟນຳວິຖີ
ປະທານາທິບໍດີ Vladimir PuTin ໄດ້ຕິດຕາມການຊ້ອມຮົບດ້ວຍ ການຍິງທົດລອງລູກສອນໄຟນຳວິຖີ (ພາບ: reuters)
|
(vovworld)- ວັນທີ 8/5, ລັດເຊຍໄດ້ທົດລອງຍິງລູກສອນໄຟນຳວິຖີໃນບັນດາການຊ້ອມຮົບຊຶ່ງໄດ້ຖືກຂຶ້ນແຜນຕໍ່ໜ້າການເປັນສັກຂີພິຍານຂອງປະທານາທິບໍດີ Vladimir PuTin. ບັນດາສຳນັກຂ່າວສານຂອງລັດເຊຍ ໄດ້ຄັດຄຳເວົ້າຂອງວົງການເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງລັດເຊຍ ຊຶ່ງໃຫ້ຮູ້ວ່າ : ກອງທັບລັດເຊຍໄດ້ດຳເນີນການ ຍິງລູກສອນໄຟນຳວິຖີຂ້າມທະວີບ Topol ຈາກສະຖານທີ່ທົດລອງ Plesetsk ທີ່ພາກເໜືອ ແລະ ລູກສອນໄຟໄລຍະສັ້ນກວ່າຈຳນວນໜຶ່ງຈາກບັນດາກຳປັ່ນດຳນ້ຳສັງກັດ ກອງເຮືອພາກເໜືອ ແລະ ກອງເຮືອປາຊີຟິກ. ນອກຈາກນັ້ນ, ການຊ້ອມຮົບອື່ນໆອີກຈຳນວນໜຶ່ງທີ່ກ່ຽວຂ້ອງ ກໍໄດ້ຖືກປະຕິບັດຢູ່ເຂດທາງທິດທາເວັນຕົກຂອງປະເທດນີ້. ກ່າວຄຳເຫັນທາງໂທລະພາບ, ປະທານາທິບໍດີ Vladimir PuTin ຢືນຢັນວ່າ ບັນດາການຊ້ອມຮົບດັ່ງກ່າວໄດ້ຖືກຂຶ້ນແຜນລວງໜ້າ ແລະ ການກະທຳນີ້ບໍ່ກ່ຽວຂ້ອງເຖິງບັນດາເຫດການການເມືອງທີ່ພວມເກີດຂຶ້ນຢູ່ຢູກແຣນ.