ລັດເຊຍຖືວ່າອາດຈະແກ້ ໄຂວິກິດການຢູ່ ຢູແກຼນໄດ້
ນັກຮົບຢູແກຼນຢູ່ Lugansk
(ພາບ: EPA)
(vovworld)-ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບໝາກຜົນຂອງກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນອັນດັບ 1 ໃນໂລກ (G20) ຢູ່ອົດສະຕາລີ ເມື່ອວັນທີ 16/11, ປະທານາທິບໍດີລັດເຊຍ V.Putin ໃຫ້ຮູ້ວ່າ: ມີແງ່ຫວັງທີ່ດີໃນຄວາມມານະພະຍາຍາມແກ້ໄຂວິກິດການຢູ່ຢູແກຼນ. ຕາມທ່ານປະທານາທິບໍດີລັດເຊຍແລ້ວ, ເພື່ອຜົນປະໂຫຍດຂອງປະຊາຊົນດຳລົງຊີວິດໃນເຂດດິນແດນຢູແກຼນ ແລະ ເຂດຕາເວັນອອກສ່ຽງໃຕ້ປະເທດນີ້, ຝ່າຍຕ່າງໆທີ່ກ່ຽວຂ້ອງອາດຈະມີຄວາມຮັບຜິດຊອບຫຼາຍກ່ວາໃນການແກ້ໄຂບັນດາສິ່ງທ້າທາຍທີ່ເຂົາເຈົ້າພວມຕ້ອງປະເຊີນໜ້າ. ປະທານາທິບໍດີລັດເຊຍໃສ່ໃຈວ່າ: ທີ່ກອງປະຊຸມ G20, ເຖິງວ່າບັນດາການນຳສາກົນບໍ່ຍົກບັນຫາຢູແກຼນ ມາເພື່ອປຶກສາຫາລືຢ່າງເປັນທາງການກໍ່ຕາມ, ພຽງແຕ່ໄດ້ປຶກສາຫາລື ແລະ ເຕື້ອງເຖິງໃນການພົບປະສອງຝ່າຍຄັ້ງຕ່າງໆເທົ່ານັ້ນ ແຕ່ເບິ່ງລວມແລ້ວ, ການພົບປະສອງຝ່າຍທຸກຄັ້ງກ່ຽວກັບບັນດາຫາຢູແກຼນ ໄດ້ດຳເນີນໄປຢ່າງກົງໄປກົງມາ, ມີຄວາມໝາຍ ແລະ ມີປະໂຫຍດ./.