ລັດເຊຍບໍ່ຢາກຊ່ວງເສັງອາວຸດກັບອາເມລິກາ
(ພາບປະກອບຈາກ AFP)
|
(vovworld) – ລັດເຊຍ ບໍ່ຢາກເຂົ້າຮ່ວມການຊ່ວງເສັງອາວຸດລຸ້ນໃໝ່ ແລະ ທີ່ສິ້ນເປືອງກັບ ອາເມລິກາ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງທ່ານປະທານາທິບໍດີ Vladimir Putin ຕົກລົງເພີ່ມທະວີສາງອາວຸດນິວເຄຼຍຂອງ ລັດເຊຍ ໃນປີ 2015 ພຽງໜຶ່ງວັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 17/6, ທ່ານ Yury Ushakov, ທີ່ປຶກສານະໂຍບາຍພົວພັນຕ່າງປະເທດຂັ້ນສູງຂອງປະທານາທິບໍດີ ລັດເຊຍ ເນັ້ນໜັກວ່າ: ລັດເຊຍ ພວມມານະພະຍາຍາມຮັບມືກັບບັນດາໄພນາບຂູ່ເຖິງຄວາມສະຫງົບແຫ່ງຊາດ ດ້ວຍບາງມາດຕະການ, ແຕ່ບໍ່ແມ່ນການຊ່ວງເສັງປະກອບອາວຸດ. ທ່ານ ຢັ້ງຢືນກ່ຽວກັບດ້ານຫຼັກການ, ມົດສກູ ຄັດຄ້ານການຊ່ວງເສັງອາວຸດ ຍ້ອນວ່າການເຄື່ອນໄຫວນີ້ຈະເຮັດໃຫ້ພື້ນຖານເສດຖະກິດລັດເຊຍ ອ່ອນເພຍລົງ. ທ່ານ Ushakov ກໍ່ປະຕິເສດການວິຈານກ່ຽວກັບຄວາມສາມາດຈະເກີດການປະທະກັນດ້ວຍກຳລັງອາວຸດໂດຍກົງລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກ.