ລັດເຊຍຢືນຢັນຍາມໃດກໍ່ເປີດອົກເປີດໃຈໃນການເຈລະຈາກັບອາເມລິກາ
ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Ryabkov
(ພາບປະກອບ: TTXVN)
(vovworld) - ວັນທີ 28/02, ກ່າວຄຳເຫັນທີ່ກອງປະຊຸມໂຕະມົນ “ການພົວພັນລັດເຊຍ - ອາເມລິກາ: ພຶດຕິກຳຕົວຈິງ ແລະ ແງ່ຫວັງ” ຢູ່ສະພາຕ່ຳລັດເຊຍ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Ryabkov ຖືວ່າ, ບັນດາການປ່ຽນແປງຢູ່ອາເມລິກາ ຈະສ້າງກາລະໂອກາດໃໝ່ ປະກອບສ່ວນເຮັດໃຫ້ສະພາບການເຈລະຈາລະຫວ່າງ 2 ປະເທດປອດໄສ, ແຕ່ການເຈລະຈານັ້ນຕ້ອງໄດ້ຮັບການກໍ່ສ້າງບົນພື້ນຖານສະເໝີພາບ ແລະ “ບໍ່ມີກົນອຸບາຍ”. ຕາມທ່ານ Ryabkov ແລ້ວ, ມົດສະກູ ໄດ້ຕີລາຄາບັນດາຄຳຖະແຫຼງກ່ຽວກັບການຫັນການພົວພັນກັບລັດເຊຍ ເປັນປົກກະຕິຢ່າງຕັ້ງໜ້າ ເຊິ່ງທ່ານປະທານາທິບໍດີອາເມລິກາ ຄົນໃໝ່ Donald Trump ຍົກອອກມາໃນການໂອ້ລົມທາງໂທລະສັບລະຫວ່າງປະມຸກລັດ 2 ປະເທດໃນເວລາຜ່ານມາ. ນັກການທູດລັດເຊຍ ທ່ານນີ້ຢືນຢັນວ່າ, ມົດສະກູ ຍາມໃດກໍ່ເປີດອົກເປີດໃຈຕໍ່ການເຈລະຈາກັບອາເມລິກາ ກ່ຽວກັບບັນດາບັນຫາຍຸດທະສາດ, ໃນນັ້ນມີບັນຫາລະບົບປ້ອງກັນລູກສອນໄຟຂອງອາເມລິກາ ຢູ່ເອີລົບ. ກ່ຽວກັບມາດຕະການລົງໂທດ, ທ່ານ Ryabkov ໃຫ້ຮູ້ວ່າ, ມົດສະກູ ໄດ້ ແລະ ຈະບໍ່ສະເໜີຍົກເລີກມາດຕະການລົງໂທດ, ກໍ່ຄືປຶກສາຫາລືມາດຕະຖານຍົກເລີກຄຳສັ່ງລົງໂທດກັບວໍຊິງຕັນ.