ລັດ​ເຊຍ​ສະ​ແດງ​ເຈດ​ຕະ​ນາ​ດີ​ສືບ​ຕໍ່​ເຈ​ຈະ​ລາກັບ ຢູ​ແກຼນ

(VOVWORLD) -ວັນທີ 22 ພຶດສະພາ, ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາລັດເຊຍ ໄດ້ປະກາດວ່າ ມົດສະກູ ພ້ອມແລ້ວທີ່ຈະສືບຕໍ່ເຊື່ອມຕໍ່ວິວັດການເຈລະຈາ, ແຕ່ຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບຈາກຝ່າຍ Kiev. 
ລັດ​ເຊຍ​ສະ​ແດງ​ເຈດ​ຕະ​ນາ​ດີ​ສືບ​ຕໍ່​ເຈ​ຈະ​ລາກັບ ຢູ​ແກຼນ - ảnh 1ການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ຢູ່ເບລາຣຸດ (ພາບ: AFP/TTXVN)

ໂດຍຕອບສຳພາດຕໍ່ຊ່ອງໂທລະພາບ Belarusion TV, ທ່ານ Medinsky ຊີ້ແຈ້ງວ່າ ການເຊື່ອມຕໍ່ການເຈລະຈາໃນປັດຈຸບັນ ແມ່ນຂຶ້ນກັບການຕັດສິນຈາກຝ່າຍ ຢູແກຼນ ແລະ ລັດເຊຍ ບໍ່ມີຍາມໃດປະຕິເສດການເຈລະຈາ.

ກ່ອນໜ້ານັ້ນ, ວັນທີ 6 ພຶດສະພາ, ທ່ານໂຄສົກກະຊວງການຕ່າງປະເທດ ລັດເຊຍ Alexei Zaisev ໃຫ້ຮູ້ວ່າ ວິວັດການເຈລະຈາ ລະຫວ່າງ ລັດເຊຍ ແລະ ຢູແກຼນ ພວມຖືກຢຸດສະຫງັກ. ທ່ານເນັ້ນໜັກວ່າ ບັນດາປະເທດສະມາຊິກຂອງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ປະກາດ ສະໜັບສະໜູນຢຸດຕິການປະທະກັນໂດຍໄວ, ແຕ່ພວມເຮັດທຸກຢ່າງເພື່ອເຮັດໃຫ້ການປະຕິບັດຄວາມມຸ່ງຫວັງດັ່ງກ່າວບໍ່ປະກົດຜົນເປັນຈິງ ດ້ວຍການເພີ່ມທະວີການສະໜອງອາວຸດໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ