ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດລັດເຊຍ
ພາບ:vov
|
(vovworld)- ພາຍຫລັງບັນດາປະຕິກິລິຍາຂອງ ສະຫະພາບເອີລົບ (EU) ກ່ຽວກັບບັນຊີລາຍຊື່ ພົນລະເມືອງເອີລົບ 89 ຄົນຖືກຫ້າມເຂົ້າລັດເຊຍ ໂດຍຖືວ່າ ນີ້ແມ່ນການກະທຳຕາມລຳພັງ ແລະ ໄຮ້ເຫດຜົນ ຂອງມົດສະກູ, ວັນທີ 1/6, ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ຢືນຢັນ ຖະແຫລງການຂອງ ອີຢູ ແມ່ນໄຮ້ເຫດຜົນ. ທ່ານຊີ້ແຈ້ງວ່າ: ມົດສະກູ ໄດ້ລະງັບໃຈມາເປັນເວລາຫລາຍມື້ແລ້ວ ແລະ ບັນຊີລາຍຊື່ດັ່ງກ່າວບໍ່ແມ່ນການກະທຳເກາະຜິດ. ຕາມທ່ານ ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ແລ້ວ, ກ່ອນຫນ້ານັ້ນ ຝ່າຍຕາເວັນຕົກ ໄດ້ຈັດວາງຄຳສັ່ງລົງໂທດສຳລັບບັນດາເຈົ້າຫນ້າທີ່ລັດເຊຍ ເມື່ອເຂົາເຈົ້າຮັບຮອງບັນດາຂໍ້ຕົກລົງກ່ຽວກັບບັນດາບັນຫາຈຳເປັນຂອງລັດເຊຍ, ໃນນັ້ນ ມີບັນຫາໂຮມແຫລມ Crimea ເຂົ້າເປັນຫນຶ່ງດຽວ ຕາມຄວາມມຸ້ງມາດປາດຖະຫນາຂອງປະຊາຊົນເຂດດິນແດນນີ້, ສະນັ້ນ ຄຳສັ່ງລົງໂທດຂອງ ອີຢູ ແລະ ອາເມລິກາ ແມ່ນໄຮ້ເຫດຜົນ. ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຍັງເນັ້ນຫນັກວ່າ: ບັນດານັກການເມືອງ ອີຢູ ທີ່ມີຊື່ໃນບັນຊີລາຍຊື່ຖືກຫ້າມເຂົ້າເມືອງລັດເຊຍ ແມ່ນຜູ້ສະຫນັບສະຫນູນຢ່າງແຮງຕໍ່ການລັດຖະປະຫານຢູ່ ຢູແກຼນ ໃນປີກາຍ, ເພື່ອໂຄ່ນລົ້ມອຳນາດການປົກຄອງຂອງປະທານາທິບໍດີ Viktor Yanukovych.