ລັດເຊຍຮຽກຮ້ອງບັນດາຄວາມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ

ລັດເຊຍຮຽກຮ້ອງບັນດາຄວາມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ
ລັດ​ເຊຍ Sergei Lavrov
ພາບ:AFP

(vovworld)- ວັນ​ທີ 17/8, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ໄດ້​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຈົ່ງ​ປະ​ຕິ​ບັດ​​ ບັນ​ດາ​ມາດ​ຕາ​ໃນ​ຂໍ້​ຕົກ​ລົງຢຸດ​ຍິງ Minks ທີ່​ບັນ​ລຸ​ໄດ້​ໃນ​ເດືອນ 2 ຢູ່ ເບ​ລາ​ຣຸດ ຢ່າງ​ເຂັ້ມ​ງວດພ້ອມ​ທັງ​ສະ​ເຫນີ​ກຸ່ມ 4 ປະ​ເທດ Normandy ຊື່ງ​ລວມ​ມີ: ລັດ​ເຊຍ, ຢູ​ແກຼນ, ຝ​ລັ່ງ ແລະ ເຢຍ​ລະ​ມັນ ຈົ່ງ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ສະ​ພາບ​ປີນ​ຂັ້ນ​ໄດ​ຢ່​ູ​ເຂດ​ຂາດ​ສະ​ຖຽນ​ລະ​ພາບນີ້. ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ເນັ້ນ​ຫນັກ​ວ່າ: ສະ​ພາບ​ການ​ປະ​ທະ​ກັນ​ລະ​ຫວ່າງກອງ​ທັບ​ລັດ​ຖະ​ບານ ຢູ​ແກຼນ ແລະ ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ ພວມ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ, ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ເຄົາ​ລົບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ບັນ​ລຸ​ໄດ້ ແລະ ກຸ່ມ 4 ປະ​ເທດດັ່ງ​ກ່າວ ສະ​ແດງ​ບົດ​ບາດ​ໃຫຍ່ກວ່າ ເພື່ອ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຫລຸດ​ລົງ. ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ກ​ໍ​ຢ້ຳ​ຄືນ​ຄຳ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ເພີ່ມ​ກຳ​ລັງ​ດັນຕໍ່​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ Kiev ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ເຂດ Donbass.

ຂ່າວ/ບົດ​ອື່ນ