ລັດເຊຍເນັ້ນໜັກເຖິງຄວາມຮຽກຮ້ອງຊຸກຍູ້ການເຈລະຈານິວເຄຼຍບັນລຸຄວາມຄືບໜ້າ

ລັດເຊຍເນັ້ນໜັກເຖິງຄວາມຮຽກຮ້ອງຊຸກຍູ້ການເຈລະຈານິວເຄຼຍບັນລຸຄວາມຄືບໜ້າ - ảnh 1
(ພາບປະກອບ: Reuters)

​(vovworld) - ​ໃນ​ສະພາບ​ກຳນົດ​ເວລາ​ສຸດ​ທ້າຍ​ໃຫ້​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ ພວມ​ໃກ້​ຈະ​ມາ​ຮອດ​ແລ້ວ, ນັກ​ເຈລະຈາ​ນິວ​ເຄຼຍຂອງລັດ​ເຊຍ - ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊ​ຍ Sergei Ryabkov ​ໃຫ້​ຮູ້​ວ່າ, ລະດັບ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈລະຈາ​ລະຫວ່າງ​ເຕ​ເຣຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ພວມ​ຊັກ​ຊ້າ​ລົງ. ສຳນັກ​ຂ່າວສານ TASS ຂອງ​ລັດ​ເຊຍ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Ryabkov ​ໃຫ້​ຮູ​້ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ການ​ປຶກສາ​ຫາລື​ໃນ​ຮອບ​ເຈລະຈາ​ປະຈຸ​ບັນ​ລະຫວ່າງ​​​ອີຣານ ​ແລະ ກຸ່​ມ P5+1 (​​ເຊິ່ງລວມມີ ​ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ຈີນ ​ແລະ ​ເຢຍລະ​ມັນ) ພວມ​ດຳ​ເນີນ​​ໄປ​ຢູ່​ວຽນ, ປະ​ເທດ​ອົດສຕາ​ລິດ ​ແມ່ນຄື​ກັນ​ກັບ​ຮອບ​ເຈລະຈາ​ຄັ້ງ​ກ່ອນ, ຍັງຄົງ​ແມ່ນ​ບັນດາ​ບັນຫາ​ຍັງບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ ບັນດາ​ບັນຫາ​ທີ່​ທຸກ​ຝ່າຍ​ຮູ້​ແຈ້ງ​ແລ້ວ…

      ​ໃນ​ຂະນະ​ນັ້ນ, ທີ່​ວໍ​ຊິງ​ຕັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jeffrey Rathke ຍ້ອມ​ຮັບ​ວ່າ, ວິວັດ​ການ​ເຈລະຈາ​ພວມ​ຢູ່​ໃນ​ໄລຍະ​ສັບສົນ, ​ແຕ່​​​ເຊື່ອ​ໝັ້ນວ່າ ບັນດາ​ຝ່າຍ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ຮອບດ້ານ​​ໃນ​ວັນ​ທີ 30/06 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ