ລັດເຊຍແລະຈີນສ້າງຕັ້ງລະບົບຊຳລະດ້ວຍສະກຸນເງິນພາຍໃນປະເທດ

(VOVWORLD) -ວັນທີ 05 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຜູ້ທີໜຶ່ງຂອງລັດເຊຍ Sergey Prikhodko ໃຫ້ຮູ້ວ່າ

ລັດເຊຍ ແລະ ຈີນ ຈະສ້າງຕັ້ງລະບົບຊຳລະຂ້າມຊາຍແດນດ້ວຍສະກຸນເງິນຣູບ ແລະ ສະກຸນເງິນຢວນ ຂອງ 2 ປະເທດ ເພື່ອແນໃສ່ໂຕ້ຕອບບັນດາຄຳສັ່ງລົງໂທດຂອງອາເມລິກາ. ບັນຫານີ້ຈະໄດ້ປຶກສາຫາລືໃນການຢ້ຽມຢາມຈີນ ຂອງທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໃນລະຫວ່າງວັນທີ 05 – 07 ພະຈິກ. ທ່ານ Prikhodko ໃຫ້ຮູ້ຕື່ມອີກວ່າ, ບັນຫາສ້າງຕັ້ງລະບົບຊຳລະຂ້າມຊາຍແດນດ້ວຍສະກຸນເງິນພາຍໃນປະເທດຂອງບັນດາປະເທດ ໄດ້ຮັບການພິຈາລະນາທີ່ກອງປະຊຸມກ່ຽວກັບບັນຫາຮ່ວມມືດ້ານການເງິນເມື່ອທ້າຍເດືອນ ກັນຍາ ຢູ່ຊຽງໄຮ່.

ຕອບກັບ

ຂ່າວ/ບົດ​ອື່ນ