ລັດເຊຍແລະຈີນໃຫ້ຄຳໝັ້ນສັນຍາມານະພະຍາຍາມປະກອບສ່ວນສ້າງຜົນສຳເລັດແກ່ການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ

(VOVWORLD) -        ວັນທີ 12 ກຸມພາ, ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ, ຈີນ ແລະ ລັດເຊຍ ສະແດງໃຫ້ເຫັນຄວາມຫວັງກ່ຽວກັບການພົບປະສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ເຊິ່ງດຳເນີນຢູ່ຮ່າໂນ້ຍ ຈະບັນລຸຜົນສຳເລັດ

ລັດເຊຍແລະຈີນໃຫ້ຄຳໝັ້ນສັນຍາມານະພະຍາຍາມປະກອບສ່ວນສ້າງຜົນສຳເລັດແກ່ການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ຂົງຊວຽນເຢົາ

(ພາບ: Yonhap)

ພ້ອມທັງຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ບັນດາຄວາມມານະພະຍາຍາມເພື່ອມຸ່ງໄປເຖິງເລື່ອງຊອກຫາມາດຕະການດ້ານການເມືອງໃຫ້ວິກິດການຂອງສປປ.ເກົາຫຼີ.

        ນີ້ແມ່ນເນື້ອໃນເຊິ່ງທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ຂົງຊວຽນເຢົາ ແລະ ຄູ່ຕຳແໜ່ງລັດເຊຍ Igor Morgulov ປຶກສາຫາລືໃນການພົບປະເມື່ອວັນທີ 11 ກຸມພາ. 2 ຝ່າຍໄດ້ “ຕີລາຄາສູງຄວາມມານະພະຍາຍາມຂອງສປປ.ເກົາຫຼີ ແລະ ອາເມລິກາ ໃນການແກ້ໄຂບັນດາບັນຫາໂດຍຜ່ານການເຈລະຈາ”, ພ້ອມທັງຫວັງວ່າ, ພຽງຢາງ ແລະ ອາເມລິກາ ຈະສືບຕໍ່ຊອກຫາສຽງເວົ້າລວມ, ພິຈາລະນາຄວາມວິຕົກກັງວົນເຊິ່ງກັນແລະກັນ. ເຈົ້າໜ້າທີ່ 2 ຝ່າຍກໍ່ໃຫ້ຮູ້ຕື່ມອີກວ່າ ລັດເຊຍ ແລະ ຈີນ ຈະມານະພະຍາຍາມເຮັດໃຫ້ການພົບປະສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ