ລັດເຊຍແລະຟີລິບປິນພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມື 2 ຝ່າຍ

(VOVWORLD) -ວັນທີ 03 ຕຸລາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຟີລິບປິນ Rodrigo Duterte ໄດ້ສະແດງຄວາມເຫັນດີຕໍ່ເລື່ອງເພີ່ມທະວີການຮ່ວມມື 2 ຝ່າຍ.

ລັດເຊຍແລະຟີລິບປິນພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມື 2 ຝ່າຍ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຟີລິບປິນ Rodrigo Duterte

(ພາບປະກອບ: AFP)

ກ່າວຄຳເຫັນທີ່ການເຈລະຈາຢູ່ນະຄອນ Sochi, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ, ຟີລິບປິນ ແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍ ຢູ່ອາຊີ, ສະນັ້ນ ການຮ່ວມມື 2 ຝ່າຍຈຶ່ງໄດ້ຮັບການພັດທະນາຕາມທິດກໍ່ສ້າງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຄຽງຂ້າງນັ້ນ, ການນຳລັດເຊຍ ໃຫ້ຮູ້ວ່າ, ບັນດາບໍລິສັດຂອງປະເທດນີ້ພ້ອມແລ້ວທີ່ຈະຊຸກຍູ້ການສະໜອງບັນດາຜະລິດຕະພັນທີ່ກ່ຽວຂ້ອງເຖິງຊັບພະຍາກອນໂລຫະ, ເຮືອບິນ, ອຸປະກອນຂົນສົ່ງ ແລະ ອຸປະກອນພິເສດ, ກໍ່ຄືເອົາໃຈໃສ່ຮ່ວມມືໃນບັນດາຂົງເຂດພະລັງງານນິວເຄຼຍ, ແບ່ງປັນບົດຮຽນໃນການປ້ອງກັນ ຕ້ານການກໍ່ການຮ້າຍ… ໃຫ້ຟີລິບປິນ.

        ສ່ວນທ່ານປະທານາທິບໍດີ Rodrigo Duterte ໄດ້ຢືນຢັນຄນືໃໝ່ບັນດາຄຳໝັ້ນສັນຍາກ່ຽວກັບການສ້າງການພົວພັນຄູ່ຮ່ວມມືໃຫ້ເຂັ້ນແຂງລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ