ລາຄານ້ຳມັນຫລຸດລົງລະດັບຕ່ຳສຸດໃນຮອບ11ປີ
(ພາບປະກອບ)
(vovworld) – ລາຄານ້ຳມັນ Brent ທະເລເໜືອ ຕະຫລາດຫລັກຊັບ ລອນດອນ ໃນວັນທີ 06/01 ໄດ້ຫລຸດລົງຢ່າງແຮງ, ໂດຍລະອຽດ, ລາຄານ້ຳມັນ Brent ໃນເດືອນ 2/2016 ຫລຸດລາຄາລົງເຫຼືອພຽງ 34,83 USD/ຖັງ, ເຊິ່ງແມ່ນລະດັບຕ່ຳສຸດນັບແຕ່ວັນທີ 01/7/2004. ລາຄານ້ຳມັນຖືກຜົນກະທົບຈາກສະພາບປະລິມານນ້ຳມັນສະໜອງຫລາຍໂພດ ແລະ ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາຣັບບີ ຊາອຸຸດິ ແລະ ອີຣານ ເຊິ່ງແມ່ນ 2 ປະເທດສົ່ງອອກນ້ຳມັນດິບຕົ້ນຕໍຂອງໂລກ. ຕາມວົງການນັກໄຈ້ແຍກແລ້ວ, ຄວາມເຄັ່ງຕຶງດ້ານການເມືອງລະຫວ່ງ ອາຣັບບີ ຊາອຸດິ ແລະ ອີຣານ ຈະເຮັດໃຫ້ສະພາບປະລິມານນ້ຳມັນສະໜອງໃນຕະຫລາດຫລາຍເກີນໄປ, ເມື່ອ ອີຣານ ຈະເພີ່ມປະລິມານການຜະລິດ ຍ້ອນຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກຖືກຍຸບເລີກ, ໃນຂະນະທີ່ ອາຣັບບີ ຊາອຸດິ ຈະຍົກປະລິມານການຜະລິດນ້ຳມັນຕື່ມອີກ ເພື່ອຮັກສາອັດຕາສ່ວນໃນຕະຫລາດຈຳໜ່າຍ