ລາງວັນນຳໃຊ້ເຕັກ ໂນໂລຊີຂໍ້ມູນຂ່າວ ສານໃນອົງການລັດ ປີ 2011.
ພິທີມອບລາງວັນ
ພາບປະກອບ:internet
|
(vovworld) - ຕອນເຊົ້າວັນທີ 5/4 ຢູ່ ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ໂທລະຄົມ ຫວຽດນາມ ໄດ້ຈັດການປະຊຸມຂ່າວປະກາດລາງວັນນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນບັນດາອົງການລັດ ປີ 2011. ບັນດາມາດຕະຖານຊຶ່ງກະຊວງດັ່ງກ່າວວາງອອກໃນການພິຈາລະນາມອບລາງວັນນຳໃຊ້ເຕັກໂນໂລຊີຂໍ້ມູນ ຂ່າວສານ ໃນບັນດາອົງການລັດປີ 2011 ແມ່ນມີປະຊາທິປະໄຕ, ເປີດເຜີຍ ແລະ ໂປ່ງໃສ. ທາງກະຊວງຖະແຫລງຂ່າວ ແລະ ໂທລະຄົມ ຈະຮັບສຳເນົາເອກະສານເຂົ້າຮ່ວມການແຂ່ງຂັນນັບແຕ່ວັນທີ 1 - 20/4/2012. ກາງເດືອນ 5/2012, ກະຊວງດັ່ງກ່າວຈະມອບລາງວັນໃຫ້ແກ່ບັນດາແຂວງ, ນະຄອນ, ກະຊວງ, ອົງການລັດຈາກສູນກາງຕະຫລອດຮອດຮາກຖານທີ່ມີຜົນງານດີເດັ່ນໃນການນຳໃຊ້ເຕັກໂລໂລຊີຂໍ້ມູນຂ່າວສານເພື່ອຮັບໃຊ້ການເຄື່ອນໄຫວບໍລິຫານລັດ, ສະຫນອງຂໍ້ມູນຂ່າວສານ ແລະ ການບໍລິການຂອງລັດໂດຍກົງຜ່ານເຄືອຂ່າຍອິນເຕີແນດ ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ທ່ານ Nguyen Minh Hong ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ໂທລະຄົມ ຫວຽດນາມ ໃຫ້ຮູ້ວ່າ:
“ການມອບລາງວັນນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນບັນດາອົງການລັດ ແມ່ນມີຄວາມຈຳເປັນທີ່ສຸດ. ເຮັດແນວໃດເພື່ອໃຫ້ອົງການລັດທັງໝົດຈາກສູນກາງຕະຫລອດຮອດທ້ອງຖິ່ນ ລ້ວນແຕ່ຮັບປະກັນຄວາມຮຽກຮ້ອງຕ້ອງການກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ. ດ້ານຫນຶ່ງ ພວກເຮົາຍົກສູງປະສິດທິຜົນການຄຸ້ມຄອງ, ຍົກສູງສະມັດຕະພາບການອອກແຮງານຂອງບັນດາລັດຖະກອນ ແລະ ກໍແມ່ນການຮັບໃຊ້ການແຈ້ງຂ່າວເຖິງປະຊາຊົນຢ່າງທັນການ, ຊັດເຈັນ, ໂປ່ງໃສ. ເຮັດແນວໃດເພື່ອໃຫ້ປະຊາຊົນປະຕິບັດບັນດາບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນດນັບມື້ນັບຫລາຍ ທົດແທນໃຫ້ແກ່ການໄປຍັງບັນດາອົງການມີສິດອຳນາດ.”