ລາຍ​ການ “ດາວ​ເອ​ກະ​ລາດ” ສະ​ເຫຼີມ​ສະຫຼອງ​ວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັ​ນ​ຍາ

(VOVWORLD) - ລາຍການໄດ້ນຳບັນດາຈຸດເວລາທີ່ສະຫງ່າອົງອາດ, ເອກອ້າງທະນົງໃຈ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ ມາໃຫ້ແກ່ທ່ານຜູ້ຊົມໄດ້ຮັບຊົມ. 
ລາຍ​ການ “ດາວ​ເອ​ກະ​ລາດ” ສະ​ເຫຼີມ​ສະຫຼອງ​ວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັ​ນ​ຍາ - ảnh 1ລາຍການສະແດງສິລະປະ (ພາບ: hanoimoi.vn)

ໂດຍສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 - 19/8/2024), ວັນຊາດ ຫວຽດນາມ (2/9/1945 - 2/9/2024) ແລະ 79 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດ ປະຊາຊົນ (19/8/1945 - 19/8/2024), ຕອນຄ່ຳວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ຄະນະບັນນາທິຫານວາລະສານ ກອມມູນິດ, ຄະນະພັກຕຳຫຼວດສູນກາງ - ກະຊວງຕຳຫຼວດເປັນປະທານ ໄດ້ສົມທົບກັບຄະນະພັກນະຄອນ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ໜັງສືພິມ ເຍິນເຢິນ ຮ່ວມກັນຈັດລາຍການສະແດງສິລະປະ “ດາວເອກະລາດ” ປີ 2024 (ປີທີ IX) ດ້ວຍຫົວຂໍ້ “ສຳສັ່ງສອນຂອງລຸງໂຮ່ - ຄຳສັ່ງສອນຂອງປະເທດຊາດ”.

ດ້ວຍເວລາ 80 ນາທີ, ລາຍການໄດ້ນຳບັນດາຈຸດເວລາທີ່ສະຫງ່າອົງອາດ, ເອກອ້າງທະນົງໃຈ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ ມາໃຫ້ແກ່ທ່ານຜູ້ຊົມໄດ້ຮັບຊົມ. ຄວາມມຸ່ງຫວັງນັ້ນ ໄດ້ ແລະ ພວມເພີ່ມກຳລັງໜູນທີ່ເປັນມູນເຊື້ອເພື່ອໃຫ້ຄົນລຸ້ນປັດຈຸບັນ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສາມັກຄີກັນຮ່ວມແຮງຮ່ວມໃຈ, ສ້າງສາ ແລະ ປົກປັກຮັກສາປະເທດຊາດທີ່ນັບມື້ນັບຮັ່ງມີເຂັ້ມແຂງ, ວັດທະນາຖາວອນ.

ໃນຂອບເຂດລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍພູດໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ, ນັກປະຕິວັດອະວຸໂສ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກວິລະຊົນແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ