ລາຍການ “ທ່ອງທ່ຽວ, ຮູບເງົາ ແລະ ກິລາ - ຄວາມເອກອ້າງທະນົງໃຈຕໍ່ສີສັນ ຫວຽດນາມ” ຈະຈັດຂຶ້ນຢູ່ ບິ່ງດິ້ງ

(VOVWORLD) - ໃນຂອບເຂດລາຍການ, ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ
ລາຍການ “ທ່ອງທ່ຽວ, ຮູບເງົາ ແລະ ກິລາ - ຄວາມເອກອ້າງທະນົງໃຈຕໍ່ສີສັນ ຫວຽດນາມ” ຈະຈັດຂຶ້ນຢູ່ ບິ່ງດິ້ງ - ảnh 1(ພາບປະກອບ: TTXVN)

        ແຕ່ວັນທີ 02 – 04 ກັນຍາ, ຢູ່ນະຄອນ ກຸຍເຍິນ, ແຂວງ ບິ່ງດິ້ງ, ຈະຈັດລາຍການ “ທ່ອງທ່ຽວ, ຮູບເງົາ ແລະ ກິລາ - ຄວາມເອກອ້າງທະນົງໃຈຕໍ່ສີສັນ ຫວຽດນາມ”. ລາຍການແມ່ນເພື່ອໂຄສະນາບັນດາທັດສະນີຍະພາບ, ສະຖານທີ່ທ່ອງທ່ຽວຂອງ ບິ່ງດິ້ງ ທີ່ໄດ້ຖ່າຍທຳໃນຟິມຮູບເງົາ ແລະ ສະຖານທີ່ທ່ອງທ່ຽວທີ່ດຳເນີນບັນດາເຫດການກິລາຂອງພາຍໃນ ແລະ ຕ່າງປະເທດ. ພ້ອມທັງ, ຍູ້ແຮງການໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ ເວົ້າລວມ ແລະ ບິ່ງດິ້ງ ເວົ້າສະເພາະ ເຖິງເພື່ອນມິດສາກົນ, ຜ່ານບັນດາຂົງເຂດທ່ອງທ່ຽວ, ຮູບເງົາ ແລະ ກິລາ.

        ໃນຂອບເຂດລາຍການ, ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ, ພ້ອມກັນນັ້ນກໍ່ແມ່ນບັນດາລາຍການໄປຢ້ຽມຢາມ, ທ່ອງທ່ຽວຕົວຈິງຢູ່ເຂດທັດສະນີຍະພາບ, ເຂດປູຊະນີຍະສະຖານປະຫວັດສາດໃນບໍລິເວນແຂວງ ບິ່ງດິ້ງ; ລາຍການສະແດງການຕີມວຍ ເພື່ອໂຄສະນາ ແລະ ສະແດງການຕີມວຍພື້ນເມືອງ ບິ່ງດິ້ງ…

ຕອບກັບ

ຂ່າວ/ບົດ​ອື່ນ