ລາຍ​ການ “ບົດ​ເພງ​ອຳ​ມະ​ຕະ”: ສານ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ສັນ​ຕິ​ພາບ

(VOVWORLD) -  ຕອນຄ່ຳວັນທີ 11 ສິງຫາ, ຢູ່ເຂດຮ່ອງຮອຍສະຖານປະຫວັດສາດພິເສດ ກຳແພງເກົ່າ ກວ໋າງຈິ ແລະ ທ່າລອຍກະທົງ ແມ່ນ້ຳ ແທ້ງຫານ (ແຂວງ ກວ໋າງຈິ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວ໋າງຈິ ຈັດລາຍການສະແດງສິລະປະ “ບົດເພງອຳມະຕະ”. 
ລາຍ​ການ “ບົດ​ເພງ​ອຳ​ມະ​ຕະ”: ສານ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ສັນ​ຕິ​ພາບ - ảnh 1ລາຍການສະແດງສິລະປະ “ບົດເພງອຳມະຕະ” (ພາບ: TTXVN)

ນີ້ແມ່ນເຫດການໜຶ່ງໃນບັນດາກິດຈະກຳອາໄລຫາ, ຕອບບຸນແທນຄຸນ ປີ 2024 ແລະ ສະເຫຼີມສະຫຼອງວັນເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ ທີ່ແຂວງ ກວ໋າງຈິ ຄົບຮອບ 70 ປີ (1954 – 2024).  ພ້ອມດຽວກັນນັ້ນ, ກໍແມ່ນໜຶ່ງໃນບັນດາກິດຈະກຳທີ່ພິເສດ ແລະ ມີຄວາມໝາຍໃນຂອບເຂດລາຍການ “ຄວາມຝັນສັນຕິພາບ” ຂອງງານບຸນເພື່ອສັນຕິພາບ ປີ 2024 ໂດຍແຂວງ ກວ໋າງຈິ ຈັດຂຶ້ນເປັນຄັ້ງທຳອິດ.

        ລາຍການດັ່ງກ່າວກໍວາດພາບຄືນໄລຍະຕໍ່ສູ້ຢ່າງອົງອາດກ້າຫານ, ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງຊາດຂອງຄົນລຸ້ນພໍ່ລຸ້ນອ້າຍ ກໍຄືສ່ອງແສງໃຫ້ເຫັນເຖິງຄວາມມານະພະຍາຍາມຂອງລຸ້ນຄົນປັດຈຸບັນ ທີ່ພວມຮ່ວມແຮງຮ່ວມໃຈສ້າງບ້ານເກີດເມືອງນອນໃນການພັດທະນາລວມຂອງປະເທດຊາດ ດ້ວຍຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດ ແລະ ມຸ່ງໄປເຖິງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ