ລາຍ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ” ປີ 2023

(VOVWORLD) - ຄາດວ່າ, ຄະນະຈັດຕັ້ງຈະກະກຽມຂອງຂວັນປະມານ 500 ພູດເພື່ອມອບໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວ ປະສົບກັບຄວາມຫຍຸ້ງຍາກ.
ລາຍ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ” ປີ 2023 - ảnh 1

 (ພາບ: Lê Phú/TTXVN)

     ວັນທີ 9 ທັນວາ, ຄະນະຄຸ້ມຄອງບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ໃຫ້ຮູ້ວ່າ: ເພື່ອຕອ້ນຮັບບຸນເຕັດປີແມວ 2023, ຢູ່ນີ້ຈະຈັດລາຍການ“ບຸນເຕັດເພື່ອຄົນທຸກຍາກ” ປີ 2023. ຜ່ານນັ້ນ, ຄະນະຈັດຕັ້ງໄດ້ຮຽກຮ້ອງການປະກອບສ່ວນຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ແນໃສ່ກໍ່ສ້າງເຮືອນແຫ່ງສາຍຈິດສາຍໃຈ 10 ຫຼັງມອບໃຫ້ ປຊຊ ບັນດາເຜົ່າຜູ້ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍແຂວງ ກອນຕຸມ. ໃນລາຍການຈະມີງານບຸນຕັ້ງຕົ້ນໄຊຍະພຶກບຸນເຕັດ, ການຫໍ່ເຂົ້າຕົ້ມ. ຄາດວ່າ, ຄະນະຈັດຕັ້ງຈະກະກຽມຂອງຂວັນປະມານ 500 ພູດເພື່ອມອບໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວ ປະສົບກັບຄວາມຫຍຸ້ງຍາກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ