ລາຍການກຽດສະຫງ່າຫວຽດນາມ ຄັ້ງທີ 9

ຕອນ​ເຊົ້າ​ວັນ​ທີ 18/12 ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ກຽດ​ສະຫງ່າ​ຫວຽດນາມ ຄັ້ງ​ທີ 9 ຖືກ​ໄຂ​ຂຶ້ນ​ຢູ່ ​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ວັດທະນະທຳ ການ​ເມືອງ ພິ​ເສດ ຊຶ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ປະຈຳ​ປີ, ​ເພື່ອແນໃສ່​ເຊີດ​ຊູ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ວິລະ​ຊົນ​ແຮງ​ງານ, ວິລະ​ຊົນກຳລັງ​ປະກອບ​ອາວຸດ, ​ແບບຢ່າງ​ດີ​ເດັ່ນ, ມີ​ຜົນງານ​ດີ​ເດັ່ນ​ພິ​ເສດ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ສ້າງສາ ​ແລະ​ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ດັ້ງ​ງອກ​ຕູ່​ງ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ, ຮອງ​ປະທານ​ສະພາ​ແຂ່ງຂັນ​ ​ແລະ ຍ້ອງຍໍ ສູນ​ກາງ​ຖື​ວ່າ:

        “ລາຍການ​ກຽດ​ສະຫງ່າ​ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເປັນ​ຈຳນວນ​ຫລວງ​ຫລາຍ, ນຳ​ມາ​ຊຶ່ງ​ຜົນ​ກະທົບ​ອັນ​ຕັ້ງຫນ້າ ​ແລະ ຄວາມ​ປະ​ທັບ​ໃຈດີ​ງາມ​ກັບ​ສັງຄົມ. ​ໃນ​ຕະຫລອດ​ໄລຍະ 8 ປີຜ່ານມາ, ລາຍການ​ດັ່ງກ່າວ​ໄດ້ກາຍ​ເປັນ​ເຫດການ​ວັດທະນະທຳ​ການ​ເມືອງ​ພິ​ເສດ​ ​ແລະ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ປະຈຳ​ປີ, ກາຍ​ເປັນ​ວັນ​ບຸນ​ເຊີດ​ຊູ​ໝູ່​ຄະນະ, ສ່ວນ​ບຸກຄົນ​ວິລະ​ຊົນ​ແຮງ​ງານ, ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ​ແບບຢ່າງ​ດີ​ເດັ່ນ ມີ​ຜົນງານ​ໃນ​ການ​ຂະ​ບວນການ​ຮັກ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.“

        ທີ່​ພິທີ, ຄະນະ​ຈັດ​ຕັ້ງ​ໄດ້​ເຊີດ​ຊູ 21 ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ດີ​ເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ