ລາຍການຕອບສະໜອງວັນມູນເຊື້ອປ້ອງກັນ,ຕ້ານໄພພິບັດທຳມະຊາດ

(VOVWORLD) - ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາຜູ້ໃຈບຸນໃຈກຸສົນ, ບັນດາວິສາຫະກິດ ແລະ ຜູ້ອຸປະຖຳ, ບັນດາຄູ່ຮ່ວມມືພັດທະນາສາກົນ.
ລາຍການຕອບສະໜອງວັນມູນເຊື້ອປ້ອງກັນ,ຕ້ານໄພພິບັດທຳມະຊາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອປ້ອງກັນ, ຕ້ານໄພພິບັດທຳມະຊາດ ຫວຽດນາມ (22/5/1946 – 22/5/2018), ຕອນຄ່ຳວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການ “ຮ່ວມແຮງຮ່ວມໃຈເພື່ອສັງຄົມມີຄວາມປອດໄພຕໍ່ໜ້າໄພພິບັດທຳມະຊາດ”. ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາຜູ້ໃຈບຸນໃຈກຸສົນ, ບັນດາວິສາຫະກິດ ແລະ ຜູ້ອຸປະຖຳ, ບັນດາຄູ່ຮ່ວມມືພັດທະນາສາກົນ.

        ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈເພື່ອສັງຄົມມີຄວາມປອດໄພຕໍ່ ໄພພິບັດທຳມະຊາດ”, ລາຍການເພື່ອແນໃສ່ໂຄສະນາ, ຍົກສູງສະຕິຄວາມຮູ້ ແລະ ປຸກລະດົມທົ່ວສັງຄົມຮ່ວມແຮງຮ່ວມໃຈໃນວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ. ຜ່ານນັ້ນ, ປະກອບສ່ວນຫລຸດຜ່ອນຄວາມເສຍຫາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ. ຫວຽດນາມ ແມ່ນໜຶ່ງໃນ 5 ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນການປ່ຽນແປງຂອງດິນຟ້າອາກາດ ດ້ວຍ 21 ປະເພດໄພພິບັດທຳມະຊາດ, ພິເສດແມ່ນພະຍຸ, ຄວາມດັນອາກາດຕ່ຳ, ໄພນ້ຳຖ້ວມ, ດິນເຊາະເຈື່ອນ, ໄພແຫ້ງແລ້ງ, ນ້ຳທະເລຊຶມ ເຂົ້າເຊິ່ງເກີດຂຶ້ນຢູ່ທຸກໆເຂດພາກໃນທົ່ວປະເທດ. ເດືອນ ສິງຫາ 2017, ທ່ານນາຍົກລັດຖະມົນຕີ ຕັດສິນໃຈສ້າງຕັ້ງກົມໃຫຍ່ປ້ອງກັນ, ຕ້ານໄພພິບັດທຳມະຊາດ, ເພື່ອເປັນເຈົ້າການຮັບມື, ສ້າງສັງຄົມປອດໄພກ່ວາຕໍ່ໄພພິບັດທຳມະຊາດຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ