​ລາຍ​ການພົ​ບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ໂຮ້ຍ​ອານ - ຍີ່​ປຸ່ນ: ມີຫຼາຍ​ການ​ເຄື່ອນ​ໄຫວ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ທີ່​ເປັນ​ມູນ​ເຊື້ອ ແລະ ທັນ​ສະ​ໄໝ

(VOVWORLD) - ລາຍການນັບມື້ນັບໄດ້ຮັບການລົງທຶນຢ່າງພິຖີພິຖັນ, ເຂັ້ມຂົ້ນໄປດ້ວຍສີສັນທີ່ເປັນມູນເຊື້ອ ແລະ ທັນສະໄໝໂດຍບັນດານັກສິລະປະກຳ, ນັກສິລະປິນ, ນັກຮ້ອງຂອງ ຫວຽດນາມ ແລະ ຍີ່ປຸ່ນຮ່ວມມືກັນຜັນຂະຫຍາຍ.
​ລາຍ​ການພົ​ບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ໂຮ້ຍ​ອານ - ຍີ່​ປຸ່ນ: ມີຫຼາຍ​ການ​ເຄື່ອນ​ໄຫວ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ທີ່​ເປັນ​ມູນ​ເຊື້ອ ແລະ ທັນ​ສະ​ໄໝ - ảnh 1ລາຍການພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນຄັ້ງທີ 20 ປີ 2024 (ພາບ: Baovanhoa.vn)

ຕອນຄ່ຳວັນທີ 2 ສິງຫາ, ລາຍການພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນຄັ້ງທີ 20 ປີ 2024 ໄດ້ໄຂຂຶ້ນຢູ່ ໂຮ້ຍອານ, ກ໋ວາງນາມ. ກ່າວຄຳເຫັນໄຂພິທີ, ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍອານ, ຢັ້ງຢືນວ່າ: ເຫດການມີຄວາມໝາຍສຳຄັນ, ສ້າງຂີດໝາຍຄັ້ງທີ 20 ນະຄອນໂຮ້ຍອານ ແລະ ບັນດາຄູ່ຮ່ວມມືຍີ່ປຸ່ນສົມທົບກັນຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງອົງການຈັດຕັ້ງ ແລະ ວິສາຫະກິດທີ່ມາຈາກຍີ່ປຸ່ນ ແລະ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ. ຜ່ານແຕ່ລະຄັ້ງ, ລາຍການນັບມື້ນັບໄດ້ຮັບການລົງທຶນຢ່າງພິຖີພິຖັນ, ເຂັ້ມຂົ້ນໄປດ້ວຍສີສັນທີ່ເປັນມູນເຊື້ອ ແລະ ທັນສະໄໝໂດຍບັນດານັກສິລະປະກຳ, ນັກສິລະປິນ, ນັກຮ້ອງຂອງ ຫວຽດນາມ ແລະ ຍີ່ປຸ່ນຮ່ວມມືກັນຜັນຂະຫຍາຍ.

ພາຍຫຼັງພິທີໄຂແມ່ນບັນດາລາຍການສະແດງສິລະປະທີ່ດີເດັ່ນ, ເປັນເອກະລັກສະເພາະຂອງວັດທະນະທຳພື້ນເມືອງ ຫວຽດນາມ ແລະ ຍີ່ປຸ່ນໂດຍບັນດານັກສິລະປິນສອງປະເທດສະແດງ. ລາຍການພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ -ຍີ່ປຸ່ນ ຄັ້ງທີ 2 ໄດ້ດຳເນີນແຕ່ວັນທີ 2 – 4 ສິງຫາ 2024 ດ້ວຍຫຼາຍການເຄື່ອນໄຫວທີ່ດູດດື່ມ ແລະ ເປັນເອກະລັກສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ