ລາຍການສຶກສາຂັ້ນປະລິຍາໂທຫວຽດນາມ-ແບນຊິກສະເໜີປື້ມປົກຂາວໜູນຊ່ວຍວິສາຫະກິດຫວຽດນາມ

ລາຍການສຶກສາຂັ້ນປະລິຍາໂທຫວຽດນາມ-ແບນຊິກສະເໜີປື້ມປົກຂາວໜູນຊ່ວຍວິສາຫະກິດຫວຽດນາມ - ảnh 1
ພາບປະກອບ Hồng Hạnh dantri.com.vn

(vovworld) –  “ບໍລິຫານ​ວິ​ສາ​ຫະກິດ: ກາລະ​​ໂອກ​າດ ​ແລະ ການ​ທ້າ​ທາຍ​ໃນ​ໄລຍະ​ໃໝ່” ​ແມ່ນ​ຫົວ​ຂໍ້​ຂອງ​ປື້​ມ​ປົກ​ຂາວ​ໂດຍ​ລາຍການ​ສຶກສາຂັ້ນ​ປະລິຍາ​​ໂທ ຫວຽດນາມ - ​ແບນ​ຊິກ, ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ​ເສດຖະກິດ​ປະຊາ​ທັງຊາດ ແລະ ຄຸ້ມ​ຄອງ Solvay Brussels ( ມະຫາວິທະຍາ​ໄລ​ສັງ​ລວມ ບຣຸກ​ແຊນ) ຫາ​ກໍ່​ປະກາດ​ໄລຍະ​ມໍ່ໆ​ມາ​ນີ້ຢູ່​ຮ່າ​ໂນ້ຍ. ​ເນື້ອ​​ໃນ​ຂອງ​ປື້ມດັ່ງກ່າວ​ໄດ້​​ເຕື້​ອງ​ເຖິງຫົວ​ຂໍ້​ຕ່າງໆ​ຄື: “ວິ​ສາ​ຫະກິດ​ດ້ວຍ​ຍຸ​ດທະ​ສາດ​ອອກ​ສູ່​ພາກ​ພື້ນ”, “ການ​ພົວພັນ ຫວຽດນາມ - ສະຫະພາບ ​ເອີ​ລົບ”, “ການພັດທະນາ​ທັກ​ສະ​ໃຫ້​ບຸ​ກຄະລາ​ກອນຢູ່ ຫວຽດນາມ”… ບັນດາ​ເນື້ອ​ໃນ​ນີ້​ໄດ້​ຮັບ​ການ​ສະຫລຸບຈາກ​ບັນດາ​ຫົວ​ຂໍ້​ທີ່​ມີ​ລັກສະນະ​ສະຖານະ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ​ໂດຍ​ບັນດາ​ສາດສະດາຈານ​ທີ່​ມາ​ຈາກ ​ເອີ​ລົບ ຂອງ​ມະຫາ​ວິທະຍາ​ໄລ​ເສດຖະກິດ ​ແລະ ຄຸ້ມ​ຄອງ Solvay Brussels ​ແລະ ບັນດາ​ນັກ​ຊ່ຽວຊານ​ແຖວ​ໜ້າ​ຂອງ ຫວຽດນາມ ສະ​ເໜີ​ຢູ່​ກອງ​ປະຊຸ​ມສຳ​ມະ​ນາ ​ແລະ ການ​ໂອ້​ລົມ​ສົນທະນາ​ເຊິ່ງໄດ້ຮັບການ​ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ ​​ເມື່ອ​ປີ 2015.

        ປື້​ມຫົວ​ນີ້​ໄດ້​ຮັບ​ການ​ກຳ​ເນີ​ດ​ເພື່ອ​ຈຸດໝາຍ​ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ພັດທະນາ​ໃນ​ສະພາບ​ການ​ທີ່ ຫວຽດນາມ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໂລກ.


ຂ່າວ/ບົດ​ອື່ນ