ລາວຈັດຕັ້ງກອງປະຊຸມສຳມະນາເຊື່ອມຕໍ່ອາຊຽນຄັ້ງທີ7
ກອງປະຊຸມສຳມະນາເຊື່ອມຕໍ່ອາຊຽນຄັ້ງທີ7
|
(vovworld)- ບັນດາຜູ້ຕາງໜ້າ ຂອງສະມາຄົມປະຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ປະຊຸມທີ່ວຽງຈັນ (ລາວ) ໃນວັນທີ 20/10, ເພື່ອປຶກສາຫາລືເລື່ອງປະຕິບັດແຜນການສັງລວມ ກ່ຽວກັບການເຊື່ອມຕໍ່ອາຊຽນ 2025. ກ່າວຄວາມເຫັນທີກອງປະຊຸມສຳມະນາເຊື່ອມຕໍ່ອາຊຽນ ຄັ້ງທີ 7, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການສົບທົບກັນຢ່າງມີປະສິດທິຜົນ ລະຫວ່າງ ບັນດາອົງການປະສານງານ ແລະ ປະຕິບັດ, ບັນດາລັດຖະບານ ທ້ອງຖິ່ນ ແລະ ພາກພື້ນ, ບັນດາຂົງເຂດລັດ-ເອກະຊົນ ແລະ ກັບບັນດາປະເທດຄູ່ຮ່ວມມື ແລະ ບັນດາຜູ້ຖືຫຸ້ນມີບົດບາດສຳຄັນ ໃນການປະຕິບັດ ສຳເລັດ ແຜນການສັງລວມ ກ່ຽວກັບການເຊື່ອມຕໍ່ອາຊຽນ 2025, ມຸ່ງໄປເຖິງການຫັນວິໄສທັດ ປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ຕາມ ທ່ານ ທອງຜ່ານ ສະຫວັນເພັດ ແລ້ວ, ຄວນເພີ່ມທະວີບັນດາໂອກາດທີ່ຍົກອອກມາ ໃນ 5 ຂົງເຂດຍຸດທະສາດ ຕາມແຜນການສັງລວມໃໝ່, ປະກອບມີ: ພື້ນຖານໂຄງລ່າງແບບຍືນຍົງ, ດັດແປງດ້ານດິຈິຕ່ອນ, ພະລາທິການ ແລະ ລະດົມປະຊາຊົນ.
ໂດຍໄດ້ຮັບການ ຮັບຮອງເອົາຈາກການນຳອາຊຽນ ໃນຕົ້ນປີ 2016, ແຜນການສັງລວມ ກ່ຽວກັບການເຊື່ອມຕໍ່ອາຊຽນ 2025 ເພື່ອແນໃສ່ປະຕິບັດ ອາຊຽນ ແຫ່ງການເຊື່ອມໂຍງ, ເຊື່ອມຕໍ່ຮອບດ້ານ ແລະ ຕໍ່ເນື່ອງ, ປະກອບສ່ວນປັບປຸງພື້ນຖານໂຄງລ່າງ, ເຕັກໂນໂລຢີກ້າວໜ້າ, ຫຼຸດລາຍຈ່າຍສາຍສົ່ງ ສະໜອງ ແລະ ສ້າງເງື່ອນໄຂການໄປ-ມາ ໃຫ້ແກ່ປະຊາຊົນຄົນໃນອາຊຽນ.