ລາວຈັດຕັ້ງປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2012

ລາວຈັດຕັ້ງປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2012 - ảnh 1
ທ່ານປະທານປະເທດ Truong Tan Sang ປູກຕົ້ນໄມ້ເປີດສາກປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ
(ພາບ: vietnamplus.vn)

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ຕັ້ງໜ້າ​ສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ລາວ - ຫວຽດນາມ 2012 ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ”, ໜັງສືພິມ​ປະຊາຊົນ, ສຽງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ອອກ​ວັນ​ທີ 28/3 ​ໄດ້​ມີ​ບົດ​ນຳ​ຊີ້​ແຈງ​ວ່າ: ປີ 2012 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ​ທີ່ມີ​ຄວາມ​ສຳຄັນ​ຍິ່ງ​​ໃນ​ການ​ພົວພັນ​ລະຫວ່າງ ລາວ - ຫວຽດນາມ. ປີ 2012 ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ລາວ (18/7/1977 – 18/7/2012) ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລາວ​ - ຫວຽດນາມ (5/9/1962 – 5/9/2012). ລາວ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຊີ້​ນຳ​ການ​ປະຕິບັດ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີ​ມສະຫຼອງ 2 ​ເຫດການ​ປະຫວັດສາດ​ດັ່ງກ່າວດ້ວຍ​ຫຼາຍ​ຮູ​ບ​ການ ​ແລະ ​ເນື້ອ​ໃນ​ອຸດົມສົມ​ບຸນ, ຟົດ​ຟື້ນ​ໃນ​ປີ 2012 ​ໃນຂອບ​ເຂດ​ທົ່ວ​ປະ​ເທດ​. ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ລວມມີ​ການ​ໂຄສະນາ​ເຜິຍ​ແຜ່, ການ​ສຳ​ມະ​ນາ, ງານພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ມູນ​ເຊື້ອ​ຂອງ​ສາຍ​ພົວພັນ​ລາວ - ຫວຽດນາມ, ກໍ​ຄື​ຄວາມ​ໝາຍ​ຂອງ 2 ​ເຫດການ​ປະຫວັດສາດ​ທີ່ມີ​ຄວາມ​ສຳຄັນ​ຍິ່ງ​ດັ່ງກ່າວ, ຈັດ​ຕັ້ງ​ງານ​ວາງສະ​ແດງ, ການ​ແລກປ່ຽນ​ວັດທະນະທຳ - ສິລະ​ປະ - ກິລາ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ປະ​ເທດ, ຈັດ​ຕັ້ງ​ການ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອສະ​ແດງ​ຄວາມ​ຮູ້​ບຸນຄຸນ​.​.​​.

ຂ່າວ/ບົດ​ອື່ນ