ພາບປະກອບ
(vovworld) – ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ ສປປ ລາວ, ຕອນເຊົ້າວັນທີ 23/9, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນກະຊວງປ້ອງກັນປະເທດ - ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດຕັ້ງພິທີມອບຫຼຽນໄຊ, ຫຼຽນກາມິດຕະພາບ, ໃບຍ້ອງຍໍຂອງລັດຖະບານ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ແກ່ 63 ໝູ່ຄະນະ, 148 ສ່ວນບຸກຄົນ ຫວຽດນາມ ທີ່ມີຜົນງານໃນການຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ໃນໄລຍະສົງຄາມຄັ້ງຕ່າງໆໃນດິນແດນລາວກັບເມືອປະເທດ. ເລື່ອງຊອກຫາ, ທ້ອນໂຮມ, , ສົ່ງອັດຖິທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ໃນໄລຍະສົງຄາມຄັ້ງຕ່າງໆໃນດິນແດນລາວກັບເມືອປະເທດ ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ລັດ, ກອງທັບ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ.