ລາວ-ຫວຽດນາມຮ່ວມມືກ່ຽວກັບປະກັນເງິນຝາກ.

(VOVWORLD) - ອົງການປະກັນເງິນຝາກຫວຽດນາມ (DIV) ແລະ ອົງການປົກປ້ອງເງິນຝາກຂອງລາວໄດ້ຈັດກອງປະຊຸມພົບປະເຈລະຈາສອງຝ່າຍເພື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ ສອງຝ່າຍ. 

       ທີ່ກອງປະຊຸມ, ອົງການປົກປ້ອງເງິນຝາກຂອງລາວໃຫ້ຮູ້ວ່າ: ມີຄວາມຕ້ອງການປຶກສາຫາລື, ຮຽນຮູ້ບົດຮຽນຈາກDIVລວມເຖິງວຽກງານການຄຸ້ມຄອງແຫຼ່ງທຶນ; ວິທີການເກັບກຳຂໍ້ມູນເງິນຝາກ; ຄຸ້ມຄອງ, ຈັດສັນລະບົບເກັບກຳຂໍ້ມູນຂາວສານ…. ກ່ຽວກັບແຜນການຮ່ວມມືລະຫວ່າງສອງຝ່າຍໃນປີ 2020, ອົງການປົກປ້ອງເງິນຝາກຂອງລາວສະເໜີໃຫ້ສືບຕໍ່ແລກປ່ຽນບົດຮຽນກ່ຽວກັບວຽກງານດ້ານປະກັນເງິນຝາກກັບ DIV, ລົງເລິກເຂົ້າໃນການຕິດຕາມສະພາບການຂອງທະນາຄານທຸລະກິດແລະບັນດາສາຂາຂອງທະນາຄານທຸລະກິດທີ່ໄດ້ສ້າງຂຶ້ນຢູ່ລາວ.

        ໄປຄຽງຄູ່ກັນນັ້ນ, ອົງການປົກປ້ອງເງິນຝາກຂອງລາວຍັງໄດ້ປະສານສົມທົບກັບ DIV ຈັດກອງປະຊຸມສຳມະນາກ່ຽວກັບ “ການຄຸ້ມຄອງແຫຼ່ງທຶນປົກປ້ອງເງິນຝາກ” ແລະ“ຈັດຕັ້ງປະຕິບັດວຽກງານການສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນ”, ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານທີ່ມາຈາກ DIV.

ຕອບກັບ

ຂ່າວ/ບົດ​ອື່ນ