ວິກິດການຢູ່ຊີຣີ ມີໄພຂ້າມຊາຍແດນ

ວິກິດການຢູ່ຊີຣີ ມີໄພຂ້າມຊາຍແດນ - ảnh 1

ວິ​ກິດ​ການ​ຢູ່​ຊີຣີ

(ພາບ:hanoimoi.com.vn)

(TTX)- ​ວິ​ກິດ​ການ​ຢູ່​ຊີຣີ ມີ​ສັນຍານຂ້າມ​ເຂດ​ຊາຍ​ແດນ​ປະ​ເທດ​ນີ້ ພາຍຫຼັງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຕວກກີ ​ແລະ ຊີຣີ ​ໄດ້​ໃຊ້ກຳລັງ​ໄຟ​ໂຕ້​ຕອບ​ກັນ​ໃນ 3 ວັນ​ຢ່າງ​ລຽນຕິດ. ວັນ​ທີ 5/10, ຕວກກີ ​ໄດ້​ຍິງ​ປືນ​​ໂຕ້​ຕອບພາຍຫຼັງ​ຊີຣີ ​ໄດ້​ຍິງລູກປືນ​ໃຫ່ຍ​ເຂົ້າ​ເຂດ​ດິນ​ແດນ​ປະ​ເທດ​ນີ້​ຢູ່​ມໍ່​ກັບ​ເຂດ​ຊາຍ​ແດນ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ. ​ເຫດການດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ພຽງ 2 ວັນ​ທີ່ຊີຣີ​ ຍິງລູກປືນ​ໃຫ່ຍຜ່ານ​ເຂດ​ຊາຍ​ແດນ ຊື່​ງ​ເຮັດ​ໃຫ້​ສາມັນ​ຊົນຕວກກີ 5 ຄົນ​ເສຍ​ຊີ​ວິດ. ກ່ອນ​ໜ້ານັ້ນ, ທ່ານ​ນາຍົກລັດຖະມົນຕີຕວກກີ Recep Tayyip Erdogan ກ່າວ​ເຕືອນ​ວ່າ: ຊີຣີ ຈະຖືກ​ແກ້​​ແຄ້ນຖ້າ​ທຳ​ການ​ບຸກ​ໂຈມ​ຕີຄັ້ງຕໍ່​ໄປ. ​ໃນ​ສະພາບ​ການ​ໂລກ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ການ​ສູ້​ຮົບ​ຢູ່​ຊີຣີ ຈະ​ແຜ່​ຂະຫຍາຍ​ອອກ​ສູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ສະພາບ​ບັນດາ​ການ​ກະທຳ​ແຂງ​ກ້າ​ປີນ​ຂັ້ນ​ໄດ ​ແລະ ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ພະຍາຍາມ​ລະງັບ​ໃຈ.

 

 

 

 

ຂ່າວ/ບົດ​ອື່ນ