ວົງການເຈົ້າຫນ້າທີ່ ອາເມລິກາ ແລະ ຈີນ ຢືນຢັນສົງຄາມການຄ້າຈະບໍ່ເກີດຂຶ້ນ

(VOVWORLD) -ອາເມລິກາ ແລະ ຈີນ ໄດ້ເຫັນດີປະລະສົງຄາມການຄ້າ ແລະ ຖອນຄືນບັນດາຄຳນາບຂູ່ຈັດວາງອັດຕາພາສີ. 

ວົງການເຈົ້າຫນ້າທີ່ ອາເມລິກາ ແລະ ຈີນ ຢືນຢັນສົງຄາມການຄ້າຈະບໍ່ເກີດຂຶ້ນ - ảnh 1

ທ່ານປະທານຊົ່ວຄາວຄະນະກຳມະການການເງິນສະພາສູງ ອາເມລິກາ Orrin Hatch ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຫລີວເຄື ໃນການພົບປະຢູ່ ວໍຊີງຕັນ

ພາບ:vietnam+

 ຖະແຫລງການດັ່ງກ່າວໄດ້ຍົກອອກມາພາຍຫລັງສອງປະເທດສິ້ນສຸດຮອບເຈລະຈາຄັ້ງທີ 2 ຢູ່ ວໍຊິງຕັນ ໃນວັນທີ 19 ພຶດສະພາ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າກໍ່ຄວາມເຄັ່ງຕຶງໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີຈີນ ຫລີວເຄືອ ຫົວຫນ້າຄະນະຜູ້ແທນຂັ້ນສູງຈີນ ໄປເຖິງ ວໍຊີງຕັນ ໃນອາທິດຜ່ານມາ ໃຫ້ຮູ້ວ່າ: ສອງຝ່າຍບັນລຸໄດ້ຄວາເຫັນດີເຫັນພ້ອມ ຈະບໍ່ດຳເນີນສົງຄາມການຄ້າ ແລະ ຈະຢຸດຕິການເພີ່ມອັດຕາພາສີເຊິ່ງກັນ ແລະກັນ.

ໃນຂະນະນັ້ນ ຖະແຫລງການຮ່ວມຂອງສອງປະເທດໄດ້ປະກາດ ເນື່ອງໃນໂອກາດນີ້ໃຫ້ຮູ້ວ່າ ຈີນ ຈະຊື້ຫລາຍປະເພດສິນຄ້າຕື່ມອີກໃນຂົງເຂດພະລັງງານ ແລະ ກະສິກຳຂອງອາເມລິກາ ເພື່ອແນໃສ່ຫລຸດຜ່ອນບ້ວງຂາດດຸ່ນການຄ້າທີ່ໃຫຍ່ຫລວງກັບອາເມລິກາໃຫ້ຂຶ້ນເຖິງກວ່າ 370 ຕື້ USD. ເຖິງຢ່າງໃດກໍຕາມ, ຖະແຫລງການດັ່ງກ່າວບໍ່ແຈ້ງລາຍລະອຽດກ່ຽວກັບຕົວເລກຊື່ງຈີນ ຍົກອອກມາ. ຕາມຖະແຫລງການແລ້ວ, ສອງປະເທດຈະຫລີກລ້ຽງຍູ້ສະພາບຄວາມເຄັ່ງຕຶງປີນຂັ້ນໄດກ່ຽວຂ້ອງເຖິງລະດັບອັດຕາພາສີ ແລະ ເຫັນດີແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບດ້ານການຄ້າຢ່າງເປັນເຈົ້າການ.

ຕອບກັບ

ຂ່າວ/ບົດ​ອື່ນ