ວົງເງິນການຄ້າຫວຽດນາມ - ອັງກິດ ເພີ່ມຂຶ້ນສູງ

ວົງເງິນການຄ້າຫວຽດນາມ - ອັງກິດ ເພີ່ມຂຶ້ນສູງ - ảnh 1

(vovworld) - ຕາມ​​​ຕົວ​​ເລກ​ຂອງ​ອົງການ​ການ​ຄ້າ ຂຶ້ນ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ລາຊະ​ອານາ​ຈັກ​ ​​​ອັງກິດ ​ແລະ ອາຍ​ແລນ​ເໜືອ ​ແລ້ວ:​ໄລ່​ຮອດ​ເດືອນ 10/2012, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ ​ແລະ ອັງ​ກິດ ບັນລຸ​ກ່ວາ 2,2 ຕື້ປອນ (​ປະມານ 3,6 ຕື້ USD), ​ເພີ່ມ​ຂຶ້ນ 36% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ຍອດ​ວົງ​ເງິນ​ດັ່ງກ່າວ, ການ​ສົ່ງ​ອອກ​ສິນຄ້າ​ຫວຽດນາມ ​ໄປ​ຍັງອັງກິດ ບັນລຸ​ເກືອບ 2 ຕື້​ປອນ (ປະມານ 3,2 ຕື້ USD), ​ເພີ່ມ​ຂຶ້ນ 44% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີກາຍ. ບັນດາ​ປະ​ເພດ​ສິນຄ້າ​ຕົ້ນຕໍ​ຂອງ​ຫວຽດນາມ​ລວມມີ: ​ເກີບ​ໜັງ, ກາ​ເຟ, ​ເຄື່ອງ​ເຟີ​ນີ​ເຈີ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​.​.​.​ ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​ການ​ຄ້າ​ແລ້ວ, ຍອດ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ​ອັງ​ກິດ ​ສາມາດ​ບັນລຸ​ໄດ້​ກ່ວາ 4 ຕື້ USD ​ໃນ​ປີ 2012, ​ລື່ນ​ກາຍ​ຄາດໝາຍ 4 ຕື້ USD ​ເຊິ່ງ 2 ປະ​ເທດ​ໄດ້​ວາງ​ອອກ​ໃນ​ປີ 2013 ​ເມື່ອ​ເຊັນ​ສັນ​ຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ເດືອນ 9/2010. ທ່ານ​ນາງ ຫງວຽນ​ທິຮົ່ງຖູ​ຍ (Nguyen Thi Hong Thuy),  ທີ່ປຶກສາ​ດ້ານ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ ລາຊະ​ອານາ​ຈັກ ອັງກິດ ​ແລະ ອາຍ​ແລນ​ເໜືອ ​ໃຫ້​ຮູ້​ວ່າ: ຍ້ອນ​ພື້ນຖານ​ເສດຖະກິດ 2 ປະ​ເທດ​ມ​ີຫຼາຍ​ຈຸດ​ທີ່ສາມາດ​ຄ້ຳ​ຈູ​ນ​ໃຫ້​ແກ່​ກັນ, ດັ່ງ​ນັ້ນ ຖ້າ​ຫາກ​ບັນດາ​ວິ​ສາ​ຫະກິດ​ໂຄສະນາ​ເຜີຍ​ແຜ່​ສິນຄ້າ​ຫວຽດນາມ ຫຼາຍ​ກ່ວາ​ອີກ ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃນ​ປີ 2013 ຈະ​ສືບ​ຕໍ່​ຮັກສາ​ໄດ້​ທ່າ​ເຕີບ​ໂຕ. ຕາມ​ຕົວ​​ເລກ​ຂອງກະຊວງ​ອຸດສາ​ຫະກຳ - ການ​ຄ້າ​ຫວຽດນາມ ​ແລ້ວ, ວົງ​ເງິນ​ການ​ຄ້າ​ຫວຽດນາມ - ອົງ​ກິດ ບັນລຸ​ໄດ້​ກ່ວາ 3 ຕື້ USD ​ໃນ​ປີ 2011.

ຂ່າວ/ບົດ​ອື່ນ