ວົງເງິນສົ່ງອອກປີ 2012 ຂອງ ຫວຽດນາມ ລື່ນກາຍຄາດໝາຍ ການເຕີບໂຕ 13%
ການສົ່ງອອກເຂົ້າສານຂອງຫວຽດນາມ
(ພາບ:baocongthuong.com.vn)
(TTX)- ຕາມບົດລາຍງານຂອງກົມໃຫ່ຍສະຖິຕິແລ້ວ, ວົງເງິນສົ່ງອອກໃນເດືອນ 9/2012 ຂອງທົ່ວປະເທດຄາດວ່າບັນລຸ 9,7 ຕື້ໂດລາສະຫະລັດ. ໄລ່ລວມໃນ 9 ເດືອນຕົ້ນປີ, ວົງເງິນສົ່ງອອກບັນລຸເກືອບ 83,8 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 19% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຄາດວ່າ ການສົ່ງອອກທັງປີຈະເພີ່ມຂຶ້ນປະມານ 18%, ລື່ນກາຍຄາດໝາຍໄດ້ວາງອອກຄື ການເຕີບໂຕ 13% ໃນປີ 2012. ໜ້າສົນໃຈແມ່ນ ການສົ່ງອອກຂອວຂົງເຂດວິສາຫະກິດມີເງິນລົງທຶນໂດຍກົງຂອງຕ່າງປະເທດ (ບໍ່ນັບນ້ຳມັນດິບ) ໃນ 9 ເດືອນຜ່ານມາໄດ້ເພີ່ມຂຶ້ນຫຼາຍກ່ວາໝູ່ດ້ວຍລະດັບ 37,9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ບາງປະເພດສິນຄ້າສົ່ງອອກມີວົງເງິນສົ່ງອອກສູງແມ່ນເຂົ້າສານ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບ…. ສະເພາະເຂົ້າສານ, ປີ 2012 ຄາດວ່າຈະສົ່ງອອກປະມານ 7 ລ້ານໂຕນ ແລະ ອາດຈະສູງກ່ວາ.