ວ​ິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເປີດກວ້າງ​ການ​ຮ່ວມ​ມື​ກັບ ສ​ະ​ຖາ​ນີ​ວິ​ທະ​ຍຸ​-ໂທ​ລະ​ພາບ ມົງ​ໂກນ ຢ່າງ​ແທດ​ຈິງ

(VOVWORLD) - ໃນລະຫວ່າງວັນທີ 24 – 26 ກໍລະກົດ, ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV), ຫວູຫາຍກວາງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ມົງໂກນ.
ວ​ິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເປີດກວ້າງ​ການ​ຮ່ວມ​ມື​ກັບ ສ​ະ​ຖາ​ນີ​ວິ​ທະ​ຍຸ​-ໂທ​ລະ​ພາບ ມົງ​ໂກນ ຢ່າງ​ແທດ​ຈິງ - ảnh 1ການເຮັດວຽກລະຫວ່າງ VOV ກັບ MNB 

ໃນການເຮັດວຽກກັບທ່ານາງ G.Gerel ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ - ໂທລະພາບ ມົງໂກນ (MNB), ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ເນັ້ນໜັກວ່າ ການໄປປະຕິບັດງານຄັ້ງນີ້ຂອງຄະນະຜູ້ແທນ VOV ແມ່ນເພື່ອແນໃສ່ສືບຕໍ່ຫັນຂໍ້ຕົກລົງຮ່ວມມືເຊິ່ງສອງຝ່າຍໄດ້ລົງນາມເມື່ອປີ 2018 ເປັນລະອຽດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມົງໂກນ ຢ່າງແທດຈິງ.

        ສ່ວນທ່ານນາງ G.Gerel, ຜູ້ອຳນວຍການໃຫຍ່ MNB, ໃຫ້ຮູ້ວ່າ ປັດຈຸບັນ, ສອງຝ່າຍພວມຮ່ວມມືຢ່າງມີປະສິດທິຜົນໃນ 2 ຂົງເຂດຕົ້ນຕໍ ນັ້ນແມ່ນ ແລກປ່ຽນ, ຮ່ວມມືກັນຜະລິດບັນດາລາຍການກະຈາຍສຽງ ແລະ ໂທລະພາບ; ແລກປ່ຽນຄະນະການນຳ ກໍຄືນັກຂ່າວ, ບັນນາທິການ ແນໃສ່ຮຽນຮູ້ບົດຮຽນປະສົບການເຊິ່ງກັນ ແລະ ກັນ. ໃນໄລຍະຈະມາເຖິງ, MNB ປາດຖະໜາວ່າ VOV ຈະຊ່ວຍຜະລິດຟິມຮູບເງົາເອກະສານກ່ຽວກັບການພົວພັນສອງປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍກວາງ ເນັ້ນໜັກວ່າ VOV ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍຢ່າງຕັ້ງໜ້າ ແລະ ອຳນວຍຄວາມສະດວກເພື່ອໃຫ້ MNB ຜະລິດຟິມຮູບເງົາເອກະສານ, ພ້ອມທັງຊົມເຊີຍຂໍ້ລິເລີ່ມແລກປ່ຽນນັກຂ່າວມາຝຶກອົບຮົມ ຂອງທ່ານນາງ G.Gerel.

ນັກຂ່າວ VOV ປະຈຳ ຈີນ

 

ຕອບກັບ

ຂ່າວ/ບົດ​ອື່ນ