ພິທີມອບກຳປັ່ນໃຫ້ຊາວປະມົງ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 02/11, ຢູ່ຕາແສງ ບີ່ງເຈົາ, ເມືອງ ບີ່ງເຊີນ ແຂວງກວ໋າງຫງາຍ, ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບກອງທຶນຫນູນຊ່ວຍຊາວປະມົງແຂວງ ກວ໋າງຫງາຍ, ຄະນະພັກນະຄອນໂຮ່ຈິມີນ ມອບກຳປັ່ນລຳໃຫມ່ໃຫ້ແກ່ຊາວປະມົງ ດີງວັນເຢົາ ຢູ່ ຕາແສງ ອານຫາຍ ເມືອງ ລີເຊີນ. ກ່ອນຫນ້ານັ້ນ ວັນທີ 25/4, ກຳປັ່ນຫາປາຂອງ ລຸງ ດີງວັນເຢົາຖືກໄຟໄຫມ້ກ່ອນອອກຝັ່ງຫາປາ.
ມາຮອດປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມໄດ້ປະກອບ 800 ລ້ານດົ່ງເຂົ້າກອງ ທຶນຫນູນຊ່ວຍຊາວປະມົງທີ່ປະສົບໄພຢູ່ທະເລ.ທ່ານ ຫງວຽນຊວນເຫ້ວ, ປະທານສະພາຄຸ້ມຄອງກອງທຶນຫນູນຊ່ວຍຊາວປະມົງແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:
“ຍ້ອນໄດ້ຮັບການຊ່ວຍເຫລືອຈາກວິທະຍຸກະຈາຍສຽງຫວຽດນາມ,ລຸງເຢົາໄດ້ຕໍ່ກຳປັ່ນລຳໃຫມ່ສຳເລັດ. ຍາມໃດ ວິທະຍຸກະຈາຍສຽງຫວຽດນາມ ກໍຮຽງບ່າຮຽງໄລ່ກັບຊາວປະມົງໃນທົ່ວປະເທດ ພິເສດແມ່ນຊາວປະມົງຢູ່ເມືອງ ລີເຊີນ ກໍຄືໃຫ້ຂ່າວກ່ຽວກັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາ.”