ວັນທີ 15 ຕຸລາ, ຈະໄຂກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

(VOVWORLD) -ຕາມແຈ້ງການໃນວັນທີ 11 ຕຸລາ ຂອງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລ້ວ, ກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 15 – 17 ຕຸລາ, ຢູ່ຮ່າໂນ້ຍ.

ຕາມລາຍການ, ຄາດວ່າທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດຈະດຳເນີນການພິຈາລະນາ, ໃຫ້ຄຳເຫັນໃສ່ບັນດາບົດລາຍງານດ້ານເສດຖະກິດ, ສັງຄົມ, ການສ້າງໂຄງປະກອບພື້ນຖານເສດຖະກິດ, ໂຄງການຈຸດໝາຍແຫ່ງຊາດ, ນະໂຍບາຍໜູນຊ່ວຍເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ລາຍງານກ່ຽວກັບງົບປະມານແຫ່ງລັດ. ຄະນະປະຈຳສະພາແຫ່ງຊາດກໍ່ໃຫ້ຄຳເຫັນໃສ່ບົດລາຍງານລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ; ຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງໄດ້ສົ່ງມາກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ; ໝາກຜົນການຕ້ອນຮັບພົນລະເມືອງ, ຮັບ, ແກ້ໄຂໃບຮ້ອງຟ້ອງຂອງພົນລະເມືອງ ແລະ ໝາກຜົນການຕິດຕາມກວດກາການຮ້ອງທຸກ, ກ່າວຟ້ອງຂອງພົນລະເມືອງທີ່ສົ່ງເຖິງສະພາແຫ່ງຊາດ 2018…

        ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ກໍ່ຈະໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ