​ວັນ​ທີ 22 ກັນ​ຍາ: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼຸດ​ລົງ

(VOVWORLD) - ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກແມ່ນ 1.928 ຄົນ ຫຼຸດລົງ 359 ຄົນ ເມື່ອທຽບໃສ່ວັນທີ 21 ກັນຍາ
​ວັນ​ທີ 22 ກັນ​ຍາ: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼຸດ​ລົງ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ວັນທີ 22 ກັນຍາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 1.928 ຄົນ ຫຼຸດລົງ 359 ຄົນ ເມື່ອທຽບໃສ່ວັນທີ 21 ກັນຍາ  ແລະ ບໍ່ມີຜູ້ເສຍຊີວິດ. ໃນວັນດຽວກັນ ມີຜູ້ໄດ້ຮັບການປິ່ນປົວເປັນປົກກະຕິ 1.259 ຄົນ. 

  ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 11.467.619 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີທັງໝົດແມ່ນ 10.583.947 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ