ວັນບຸນ “ລ້ານຫົວໃຈ ມຸ່ງໄປສູ່ທະເລໝູ່ເກາະຂອງບ້ານເກີດ ເມືອງນອນ“

ວັນບຸນ “ລ້ານຫົວໃຈ ມຸ່ງໄປສູ່ທະເລໝູ່ເກາະຂອງບ້ານເກີດ ເມືອງນອນ“ - ảnh 1
(ລ້ານ​ຫົວ​ໃຈ​ມຸ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ)

(vovworld) - ວັນ​ທີ 14/6, ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ປຸລະ​ດົມ​ບັ້ນ​ເຄື່ອນ​ໄຫວ ດ້ວຍ​ຫົວ​ຂໍ້​ວ່າ “ລ້ານ​ຫົວ​ໃຈ​ມຸ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“. ວັນ​ບຸນ​ໄດ້​ດຶງ​ດູດ​ຊາວ​ໜຸ່ມ​​ເຂົ້າ​ຮ່ວມ​ເກືອບ 5000 ຄົນ.

        ວັນ​ບຸນ “ລ້ານ​ຫົວ​ໃຈ​ມຸ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫ​ວທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຄື: ສົ່ງ​ຂໍ້ຄວາມສະໜັບສະໜູນ​ລາຍການ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“, ງານ​ວາງສະ​ແດງ​ຮູບ​ຖ່າຍ​ແຜນ​ທີ່ 93 ​ແຜ່ນ​ດ້ວຍ​ຫົວ​ເລື່ອງ “ປະ​ເທດ​ຊາດ​ສັງ​ເກດ​ຈາກ​ທະ​ເລ“ ການ​ເສ​ັງຊອກ​ຮູ້​ກ່ຽວ​ກັບ​ໝູ່​ເກາະ, ທະ​ເລ​ຫວຽດນາມ…

        ວັນ​ບຸນ “ລ້ານ​ຫົວ​ໃຈ​ມຸ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ​ແມ່ນ​ການ​ເຄື່ອນ​ໄຫວ​ລະອຽດ​ເພື່ອ​ປຸກລຸກ​ນຳ້​ໃຈ​ຮັກ​ຊາດ​ຂອງ​ບັນດາ​ເພື່ອນ​ໜຸ່ມ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ​ນະຄອນ​ເສີມ​ຂະຫຍາຍ​ບົດບາດ​, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ການ​ເຄື່ອນ​ໄຫວ​ນີ້​ກໍ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ໃຫ້​ຊາວ​ໜຸ່ມ ​ແລະ ປະຊາຊົນ​ນະຄອນ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຊາດ.

        ​ໂອກາດ​ນີ້, ໜັງສືພິມ ຕວຍ​ເຈ (​ໄວ​ໜຸ່ມ) ກໍ່​ໄດ້​ມອບ​ທຶນ​ສຶກສາ 350 ພູດ​ໃຫ້​ລູກ​ຫຼານ​ພະນັກງານ, ນັກຮົບ​ຕຳຫຼວດ​ທະ​ເລ, ກົມ​ກວດກາ​ການ​ປະມົງ, ຊາວ​ປະມົງ​ບັນດາ​ແຂວງ​ພາກ​ກາງ ​ແລະ ມອບ​ເງິນ 100 ລ້ານ​ດົ່ງ​ໃຫ້​ກຳລັງ​ກວດກາ​ການ​ປະມົງ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ໃນ​ເຂດ​ທະ​ເລ​ຂອງ​ປະ​ເທດ​ຊາດ


ຂ່າວ/ບົດ​ອື່ນ