ວັນ​ບຸນ ອາ​ຊຽນ ຈັດ​ຂຶ້ນ​ຢູ່ ນິວ​ຊີ​ແລນ

(VOVWORLD) - ວັນບຸນແມ່ນໂອກາດສຳຄັນເພື່ອໃຫ້ບັນດາປະເທດແນະນຳກ່ຽວກັບຄວາມເປັນເອກະພາບ ແລະ ສາມັກຄີໃນຄວາມຫຼາກຫຼາຍສີສັນຂອງ ອາຊຽນ, ເຄົາລົບບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ມູນເຊື້ອການຜູກພັນອັນສະໜິດແໜ້ນຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

ວັນ​ບຸນ ອາ​ຊຽນ ຈັດ​ຂຶ້ນ​ຢູ່ ນິວ​ຊີ​ແລນ - ảnh 1ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ນິວຊີແລນ (ພາບ: ສະຖານທູດ)

ວັນທີ 16 ສິງຫາ, ຢູ່ນະຄອນຫຼວງ Wellington, ນິວຊີແລນ, ສະຖານທູດ ຫວຽດນາມ ແລະ ສະຖານທູດບັນດາປະເທດ ອາຊຽນ ປະຈຳ ນິວຊີແລນ ໄດ້ຈັດພິທີສະເຫຼີມສະຫຼອງວັນບຸນ ອາຊຽນ ຄັ້ງທີ 57 ດ້ວຍລາຍການວັດທະນະທຳສະແດງສິລະປະ ແລະ ອາຫານການກິນທີ່ເປັນເອກະລັກ. ກ່າວຄຳເຫັນໃນພິທີໄຂ, ທ່ານປະທານຄົນປັດຈຸບັນຂອງຄະນະກຳມະການ ອາຊຽນ ປະຈຳ Wellington (ACW), ເອກອັກຄະລັດຖະທູດ ໄທ  Waravuth Pouapinya ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ນິວຊີແລນ ແລະ ອາຊຽນ ແລະ ແງ່ຫວັງຍົກລະດັບການພົວພັນ  ອາຊຽນ - ນິວຊີແລນ. ວັນບຸນ ອາຊຽນ ແມ່ນການເຄື່ອນໄຫວໂດຍ ຄະນະກຳມະການ ອາຊຽນ ປະຈຳ Wellington  ຈັດຂຶ້ນທຸກໆປີ, ດຶງດູດຄວາມສົນໃຈຂອງວົງການການເມືອງ ແລະ ປະຊາຊົນ ນິວຊີແລນ ເປັນຈຳນວນຫຼາຍ. ນີ້ແມ່ນໂອກາດສຳຄັນເພື່ອໃຫ້ບັນດາປະເທດແນະນຳກ່ຽວກັບຄວາມເປັນເອກະພາບ ແລະ ສາມັກຄີໃນຄວາມຫຼາກຫຼາຍສີສັນຂອງ ອາຊຽນ, ເຄົາລົບບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ມູນເຊື້ອການຜູກພັນອັນສະໜິດແໜ້ນຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

        ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ໄດ້ປະກອບສ່ວນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງຂອງ ຄະນະກຳມະການ ອາຊຽນ ປະຈຳ Wellington ຢ່າງຕັ້ງໜ້າ, ພິເສດແມ່ນໃນປີ 2024 ດ້ວຍບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ນິວຊີແລນ, ກະກຽມດຳເນີນບົດບາດປະທານໝູນວຽນ ACW ໃນປີໜ້າ.

ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ